ເຢຍລະມັນຢຸດການໃຊ້ພະລັງງານນິວເຄຼຍ ຫລັງປິດເຕົາປະຕິກອນ 3 ແຫ່ງສຸດທ້າຍ

ເຢຍລະມັນຢຸດການໃຊ້ພະລັງງານນິວເຄຼຍ ຫລັງປິດເຕົາປະຕິກອນນິວເຄຼຍ 3 ແຫ່ງສຸດທ້າຍໃນທ້າຍອາທິດຜ່ານມາ. ນັກເຄື່ອນໄຫວດ້ານສິ່ງແວດລ້ອມຊີ້ ຖືເປັນຜົນສໍາເລັດຄັ້ງສໍາຄັນໃນການຮັບມືວິກິດດ້ານການປ່ຽນແປງສະພາບອາກາດໂລກ.

ໂດຍທາງການເຢຍລະມັນມີແຜນຈະຢຸດການໃຊ້ພະລັງງານນິວເຄຼຍນັບແຕ່ທ້າຍປີ 2022 ແຕ່ຕ້ອງຊັກຊ້າອອກໄປເນື່ອງຈາກວິກິດດ້ານພະລັງງານໃນເອີຣົບ ຫລັງເກີດສົງຄາມຣັດເຊຍ-ອູແກຣນໃນຕົ້ນປີ 2022.

ຂະນະທີ່ຫລາຍປະເທດໃນເອີຣົບເດີນໜ້າລົງທຶນໃນແຜນພັດທະນາພະລັງງານນິວເຄຼຍ, ແຕ່ເຢຍລະມັນເປັນໜຶ່ງໃນປະເທດທີ່ຕັ້ງໃຈຈະຢຸດການໃຊ້ພະລັງງານດັ່ງກ່າວ ແລະ ເດີນໜ້າຊຸກຍູ້ເລື່ອງນີ້ຢ່າງຈິງຈັງ ນັບແຕ່ເຫດການໂຮງໄຟຟ້ານິວເຄຼຍຢູ່ຟຸກຸຊິມະໃນຍີ່ປຸ່ນລະເບີດ ປີ 2011.

ແນວຄິດຈະຢຸດການໃຊ້ພະລັງງານນິວເຄຼຍໃນເຢຍລະມັນໄດ້ຮັບແຮງສະໜັບສະໜູນຫລາຍ ຫລັງຈາກເຢຍລະມັນຮຽນຮູ້ບົດຮຽນຈາກຜົນກະທົບຂອງອາວຸດນິວເຄຼຍຊ່ວງສົງຄາມໂລກ ລວມທັງເຫດລະເບີດຢູ່ໂຮງໄຟຟ້າເຊີໂນບິວ ແລະ ຄວາມເຄັ່ງຕຶງດ້ານອາວຸດນິວເຄຼຍໃນຊ່ວງສົງຄາມເຢັນ.

ທ່ານ ສະເຕບຟີ ເລມເກ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງເຢຍລະມັນ ລະບຸວ່າ: “ຄວາມສ່ຽງຂອງພະລັງງານນິວເຄຼຍເປັນສິ່ງທີ່ບໍ່ສາມາດແກ້ໄຂໄດ້ໂດຍສົມບູນ” ແຕ່ຜົນພວງຈາກວິກິດພະລັງງານຈາກສົງຄາມຣັດເຊຍ-ອູແກຣນທີ່ເຮັດໃຫ້ການນໍາເຂົ້າເຊື້ອໄຟລາຄາຖືກຕ້ອງຢຸດຊະງັກ ບວກກັບຄວາມກັງວົນຈາກບັນຫາການຂາດເຂີນພະລັງງານໃນຊ່ວງລະດູໜາວຜ່ານມາ ເຮັດໃຫ້ການຢຸດການໃຊ້ພະລັງງານນິວເຄຼຍໃນເຢຍລະມັນຈໍາເປັນຕ້ອງຊ້າອອກໄປອີກ.

ທາງການເຢຍລະມັນເປີດເຜີຍວ່າ: ເຕົາປະຕິກອນນິວເຄຼຍ 3 ແຫ່ງສຸດທ້າຍມີສ່ວນຊ່ວຍຜະລິດພະລັງງານພາຍໃນປະເທດປະມານ 6% ຈາກພະລັງງານທັງໝົດ ເຊິ່ງຖືວ່າໜ້ອຍລົງເມື່ອທຽບໃສ່ປີ 1997 ທີ່ໂຮງໄຟຟ້ານິວເຄຼຍທັງໝົດໃນເຢຍລະມັນມີສ່ວນຊ່ວຍຜະລິດພະລັງງານໄດ້ສູງເຖິງ 30,8%.