ບາເຢິນ ມິວນິກ ສັ່ງຕັດຊື່ ຊາດີໂອ ມາເນ ພ້ອມປັບເງິນ ກໍລະນີຊົກ ຊາເນ

ບາເຢິນ ມິວນິກ ສະໂມສອນຈາກບຸນເດສລີກາ ເຢຍລະມັນ ປະກາດຕັດຊື່ ຊາດີໂອ ມາເນ ກອງໜ້າທີມຊາດເຊເນກັລ ອອກຈາກທີມ ດ້ວຍເຫດຜົນເລື່ອງຄວາມປະພຶດທີ່ບໍ່ເຫມາະສົມ.
ກ່ອນໜ້ານີ້ມີລາຍງານວ່າ ບາເຢິນ ມິວນິກ ກຽມຍົກເລີກສັນຍາກັບ ຊາດີໂອ ມາເນ ຕາມມາດຕະການຂັ້ນສູງ ຫລັງມີຂ່າວວ່າອາລົມເສຍຊົກໜ້າ ເລຣອຍ ຊາເນ ຫມູ່ຮ່ວມທີມ.
ເຫດການເກີດຂຶ້ນຫລັງເກມ ບາເຢິນ ມິວນິກ ອອກໄປເສຍໃຫ້ ແມນເຊສເຕີ ຊິຕີ 0-3 ໃນບານເຕະ ຢູຟາ ແຊ໊ມປຽນລີກ ຮອບ 8 ທີມສຸດທ້າຍນັດທຳອິດ ທັງຄູ່ເລີ່ມມີບັນຫາກັນໃນເກມ ກ່ອນທີ່ກອງໜ້າທີມຊາດເຊເນກັລ ຈະຄຸມອາລົມບໍ່ຢູ່ຊົກເຂົ້າໜ້າຂອງ ຊາເນ ຫນຶ່ງຫມັດກ່ອນທີ່ນັກເຕະ ບາເຢິນ ຈະມາແຍກທັງຄູ່ອອກຈາກກັນ.
ຈົນຫລ້າສຸດ ທາງສະໂມສອນໄດ້ອອກມາຖະແຫລງວ່າ ພວກເຂົາໄດ້ທຳການຕັດຊື່ຂອງ ມາເນ ອອກຈາກທີມສຳລັບເກມທີ່ຈະພົບກັບ ຮອຟເຟນຮາຍ ໃນວັນເສົາທີ 15 ເມສານີ້ ເນື່ອງຈາກເຫດຜົນດ້ານຄວາມປະພຶດ ພ້ອມກັບຢືນຢັນວ່າດາວຍິງລາຍນີ້ຈະຖືກປັບເງິນນຳອີກ.

