ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ກຽມພ້ອມມອດໄຟ ທີ່ອາດເກີດຂຶ້ນ ໃນໄລຍະບຸນປີໃໝ່ລາວ

ວັນທີ 11 ເມສາ 2023 ຜ່ານມາ, ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ຈັດກອງປະຊຸມຜ່ານແຜນປ້ອງກັນບຸນປີໃໝ່ລາວ ປະຈໍາປີ 2023 ເພື່ອສະກັດກັ້ນ ແລະ ດັບມອດອັກຄີໄພ ທີ່ອາດຈະຂຶ້ນໃນໄລຍະສະເຫລີມສະຫລອງບຸນປີໃໝ່, ໂດຍການເປັນປະທານຂອງ ທ່ານ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກສະກັດກັ້ນ ແລະຕ້ານອັກຄີໄພ ນວ.
ທ່ານ ພັທ ຄໍາເພັດ ດາລາວົງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ໄດ້ກຽມຄວາມພ້ອມໃນການສະກັດກັ້ນ ແລະຕ້ານອັກຄີໄພ ທີ່ອາດຈະເກີດຂຶ້ນ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566, ທີ່ຈະຈັດຂຶ້ນໃນວັນທີ 14-16 ເມສາ 2023; ເຊິ່ງໄດ້ສ້າງເປັນແຜນການສະເພາະ ແລະ ຈະໄດ້ລົງເຄື່ອນໄຫວວຽກງານຄື:
1 ຈະລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ລົງກວດກາພາຫະນະລົດມອດໄຟຢູ່ບັນດາເມືອງ ແລະ ອຸປະກອນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ; ພ້ອມທັງຝຶກອົບຮົບລະບົບເຕັກນິກໃຫ້ບັນດາຄົນຂັບລົດ ໃຫ້ນໍາໃຊ້ຢ່າງຖືກຕ້ອງ ແລະ ຄ່ອງແຄ້ວທັນເວລາ ໃນກໍລະນີມີເຫດສຸກເສີນ;
2 ກວດກາພາຫະນະ ແລະ ອຸປະກອນຮັບໃຊ້, ທັງກຳລັງພາຍໃນພະແນກ ໃຫ້ກຽມພ້ອມຢູ່ສະເໝີ; ຖ້າມີສະພາບອັກຄີໄພເກີດຂຶ້ນ ແມ່ນໃຫ້ອອກເຮັດໜ້າທີ່ຢ່າງຮີບດ່ວນ;
3 ເຜີຍແຜ່ແຜນປ້ອງກັນຄັ້ງນີ້ໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນພະແນກ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມແຜນທີ່ກຳນົດໄວ້; ເຊິ່ງແຜນກໍານົດໃນການຈັດຕັ້ງປະຕິບັດ ແມ່ນ ໄດ້ຈັດຕັ້ງກຳລັງໃຫ້ເຂົ້າລວມສູນ ໂດຍແບ່ງອອກເປັນ 2 ຈຸໃຫຍ່ປະຈໍາການຕະຫຼອດ 24 ຊົ່ວໂມງ, ເລີ່ມວັນທີ 13- 16 ເມສາ 2023 ໂດຍສົມທົບກັບໜ່ວຍກູ້ໄພທຸກພາກສ່ວນ ເພື່ອຮັບໃຊ້ສັງຄົມໃຫ້ທ່ວງທັນກັບເຫດການທີ່ອາດຈະເກີດຂຶ້ນ.
ໃນໄລຍະ 3 ເດືອນຕົ້ນປີ 2023 ທົ່ວນະຄອນຫຼວງວຽງຈັນ ແມ່ນມີອັກຄີໄພເກີດຂຶ້ນ 33 ຄັ້ງ, ສ້າງຜົນເສຍຫາຍມີໄຟໄໝ້ເຮືອນ 4 ຫຼັງ, ໄໝ້ຫໍພັກ 1 ຫຼັງ, ໄໝ້ຫ້ອງແຖວ 3 ຫຼັງ, ໄໝ້ປ່າຫຍ້າ 25 ຄັ້ງ, ລວມມູນຄ່າເສຍຫາຍ 111.000.000 ກີບ.

