ຍີ່ປຸ່ນ ເພີ່ມເພດານລາຍໄດ້ ເພື່ອອຸດໜູນຄ່າໃຊ້ຈ່າຍການຮຽນ

ຂ່າວຕ່າງປະເທດລາຍງານ, ກະຊວງສຶກສາທິການຂອງຍີ່ປຸ່ນໄດ້ເປີດເຜີຍແຜນການເພີ່ມເພດານລາຍໄດ້ໃນແຜນການຊ່ວຍເຫລືອທາງການເງິນສາທາລະນະ ເພື່ອສະໜັບສະໜູນຄ່າໃຊ້ຈ່າຍການສຶກສາໃນລະດັບຊັ້ນມັດທະຍົມປາຍ.

ການດຳເນີນງານດັ່ງກ່າວມີເປົ້າໝາຍເພື່ອຂະຫຍາຍການສະໜັບສະໜູນໃຫ້ແກ່ພາກຄົວເຮືອນທີ່ມີລາຍໄດ້ປານກາງ ແລະ ມີລູກຫລາຍຄົນ ໂດຍມີກຳນົດເລີ່ມຕົ້ນໃນສົກປີງົບປະມານ 2024. ເພດານສິດທິດັ່ງກ່າວຈະເພີ່ມເກນລາຍໄດ້ພາກຄົວເຮືອນ ຈາກປັດຈຸບັນຢູ່ທີ່ 3,8 ລ້ານເຢນຕໍ່ປີ ເປັນ 6 ລ້ານເຢນຕໍ່ປີ ໂດຍຄາດວ່າ ຈຳນວນນັກຮຽນທີ່ມີຄຸນສົມບັດຮັບສິດນີ້ຈະເພີ່ມຂຶ້ນປະມານ 200.000 ຄົນ.

ແຜນການດັ່ງກ່າວເປັນການປະສົມປະສານລະຫວ່າງການຫລຸດຄ່າຮຽນ ແລະ ການໃຫ້ທຶນການສຶກສາ, ເປັນສ່ວນໜຶ່ງຂອງມາດຕະການທີ່ບໍ່ເຄີຍມີມາກ່ອນຂອງລັດຖະບານຍີ່ປຸ່ນ ຊຶ່ງມີຈຸດປະສົງເພື່ອຮັບມືກັບອັດຕາການເກີດທີ່ຫລຸດລົງຂອງປະເທດ.