ຢ່າໃຫ້ບັນຫາບານປາຍ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍຄົນກໍຈະໄດ້ເບິ່ງໄດ້ຟັງ ແລະ ຮັບຮູ້ເຖິງເຫດການທີ່ບໍ່ເພິ່ງປາຖະໜາທີ່ສະມາຊິກຜູ້ຝາກເງິນກັບບໍລິສັດ PS ນັບຫຼາຍຮ້ອຍຄົນໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆໄດ້ລຸລັ່ງກັນເຂົ້າມາຫາບໍລິສັດດັ່ງກ່າວ ເພື່ອຮຽກຮ້ອງໃຫ້ບໍລິສັດ PS ຕ້ອງສົ່ງເງິນທີ່ເຂົາເຈົ້າໄດ້ໄປຝາກ ຫຼື ເວົ້າຢ່າງໜຶ່ງວ່າ: ໄປຮ່ວມທຶນກັບບໍລິສັດດັ່ງກ່າວ ເພື່ອຫວັງຜົນກຳໄລ ຫຼື ດອກຄືນມາ, ແຕ່ຕ້ອງຜິດຫວັງ ເມື່ອບໍລິສັດປະຕິເສດມາເປັນຫຼາຍຫຼົບຫຼາຍຕ່າວແລ້ວ ແລະ ສະພາບ ແລະ ເຫດການທີ່ເກີດຂຶ້ນແບບນີ້ກໍບໍ່ແມ່ນພຽງເທື່ອດຽວ ແລະ ໄດ້ມີມາຫຼາຍຄັ້ງແລ້ວ ຈົນທາງທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການຮຽກຮ້ອງໃຫ້ບໍລິສັດ PS ຕ້ອງຈ່າຍເງິນຄືນໃຫ້ຜູ້ເປັນສະມາຊິກດັ່ງກ່າວໂດຍໄວ ແຕ່ກໍໄດ້ຮັບການປະຕິເສດຈົນແກ່ຍາວມາຮອດປັດຈຸບັນ, ຖ້າເບິ່ງໃນແງ່ສັງຄົມອອນລາຍ ຜູ້ມີຄຳເຫັນສ່ວນຫຼາຍແມ່ນຢາກໃຫ້ເບື້ອງລັດຖະບານອອກມາແກ້ໄຂຊ່ວຍປະຊາຊົນ ເພື່ອບໍ່ຢາກໃຫ້ບັນຫານີ້ບານປາຍ ຫຼື ອາດຈະມີເຫດການຮ້າຍແຮງຂຶ້ນນັບມື້. ຖ້າຫາກບໍ່ໄດ້ຮັບການແກ້ໄຂ. ເອົາລະເວົ້າມາກໍອາດຈະເຫຼືອ ເພາະປັດຈຸບັນເບື້ອງລັດເພິ່ນກໍຈະມີແຜນການແກ້ໄຂແລ້ວ ເພື່ອຄວາມຈະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ, ຖ້າຈະເຮັດຫຍັງ, ປະພຶດຫຍັງກໍຂໍຮຽກຮ້ອງໃຫ້ທຸກຝ່າຍເຄົາລົບລະບຽບກົດໝາຍ.

