ພາຍຸຊາຍຫົວໃຫຍ່ພັດຖະຫລົ່ມຈີນຫົວທີ 4 ໃນຮອບ 1 ເດືອນ ສະທ້ອນວິກິດດ້ານສະພາບອາກາດ

ນະຄອນຫລວງປັກກິ່ງ ແລະ ພື້ນທີ່ທາງຕອນເໜືອຂອງຈີນກໍາລັງປະສົບພາຍຸຊາຍຫົວໃຫຍ່ພັດຖະຫລົ່ມຢ່າງໜັກ ຖືເປັນພາຍຸຊາຍຫົວທີ 4 ໃນຮອບ 1 ເດືອນ ນັບແຕ່ວັນທີ 10 ມີນາຜ່ານມາ ແລະ ຖືເປັນພາຍຸຊາຍຫົວທີ 8 ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ສະທ້ອນໃຫ້ເຫັນເຖິງວິກິດດ້ານສະພາບອາກາດທີ່ມີທ່າອ່ຽງຮຸນແຮງຂຶ້ນ.

ເບື້ອງຕົ້ນທາງການຈີນໄດ້ປະກາດເຕືອນໄພລະດັບຕໍ່າສຸດ (ສີຟ້າ) ເຖິງກໍລະນີພາຍຸຊາຍພັດປົກຄຸມໃນຄັ້ງນີ້ ສົ່ງຜົນໃຫ້ບັນຍາກາດກາຍເປັນສີແດງສົ້ມ, ທັດສະນະວິໄສໃນການແນມເຫັນຕໍ່າລົງ, ຄົນຈໍານວນບໍ່ໜ້ອຍຕັດສິນໃຈໃສ່ຜ້າປິດປາກ ເພື່ອຫລຸດຄວາມສ່ຽງທີ່ອາດເກີດຂຶ້ນຕໍ່ລະບົບທາງເດີນຫາຍໃຈຂອງພວກເຂົາ ໂດຍຫລາຍເມືອງສໍາຄັນຂອງຈີນຕ່າງຜະເຊີນບັນຫາຝຸ່ນລະອອງຢູ່ແລ້ວ, ພາຍຸຊາຍນີ້ມີສ່ວນເຮັດໃຫ້ວິກິດດ້ານມົນລະພິດທາງອາກາດພາຍໃນຈີນໜ້າກັງວົນເພີ່ມຂຶ້ນໄປອີກ.

ຂະນະທີ່ເຈົ້າໜ້າທີ່ຈາກກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງຈີນ ເປີດເຜີຍວ່າ: ຈໍານວນພາຍຸຊາຍໃນປັດຈຸບັນສູງກວ່າປີ 1960 ເຖິງ 4 ເທົ່າ ເປັນຜົນມາຈາກການປ່ຽນແປງຂອງສະພາບອາກາດທີ່ອຸນຫະພູມໂລກເພີ່ມສູງຂຶ້ນ, ປະລິມານນໍ້າຝົນໃນພື້ນທີ່ເຂດທະເລຊາຍມີທ່າອ່ຽງຫລຸດລົງ ບວກກັບການຕັດໄມ້ທໍາລາຍປ່າບໍລິເວນທາງພາກເໜືອຂອງຈີນ ສົ່ງຜົນໃຫ້ແນວປາການທໍາມະຊາດທີ່ຈະຕ້ານແຮງລົມຂອງພາຍຸຊາຍເກີດຊ່ອງຫວ່າງຂຶ້ນ ເປັນປັດໄຈຊ່ວຍສົ່ງເສີມໃຫ້ພາຍຸຊາຍເກີດຂຶ້ນເລື້ອຍໆ ແລະ ມີທ່າອ່ຽງຮຸນແຮງຂຶ້ນ.

ອ້າງອີງ:

https://www.reuters.com/…/sandstorms-dangerous…/

https://edition.cnn.com/…/china-sandstorm…/index.html

https://www.who.int/publications/i/item/9789240034228