ເຊລຊີ ປະກາດຕໍ່ສັນຍາ ຊິລເວລ ອອກໄປຈົນເຖິງປີ 2027

ເບນ ຊິລເວລ ກອງຫລັງຂອງ ເຊລຊີ ຈັບປາກກາເຊັນສັນຍາສະບັບໃຫມ່ໄປຈົນເຖິງລະດູການປີ 2027 ເປັນທີ່ຮຽບຮ້ອຍແລ້ວ.
ດາວເຕະທີມຊາດອັງກິດອາຍຸ 26 ປີ ລົງສະໜາມໃຫ້ກັບ ເຊລຊີ ໄປແລ້ວ 80 ນັດໃນທຸກລາຍການ ນັບຕັ້ງແຕ່ຍ້າຍມາຈາກ ເລສເຕີ ຊິຕີ ດ້ວຍລາຄາ 45 ລ້ານປອນ ໃນລະດູການປີ 2020.
ລາວເປັນສ່ວນຫນຶ່ງຂອງທີມ ເຊລຊີ ທີ່ເອົາຊະນະ ແມນເຊສເຕີ ຊິຕີ ຄວ້າແຊ໊ມປຽນ ລີກ ໃນປີ 2021.
“ ຂ້ອຍຮູ້ສຶກສະບາຍໃຈຫລາຍທີ່ເຊລຊີ ແລະ ມີຄວາມສຸກກັບໄລຍະເວລາໃນສະໜາມຢູ່ນີ້ຫລາຍ, ຂ້ອຍຍິນດີຫລາຍທີ່ສະໂມສອນຕ້ອງການໃຫ້ຂ້ອຍເປັນສ່ວນຫນຶ່ງຂອງໂຄງການໄລຍະຍາວ ແລະ ມີຄວາມສຸກຫລາຍທີ່ໄດ້ເຊັນສັນຍາສະບັບນີ້, ເຮົາພວມເຮັດວຽກຢ່າງຫນັກເພື່ອຄວາມສຳເລັດ ແລະ ຂ້ອຍຈະເຮັດໃຫ້ດີທີ່ສຸດເພື່ອນຳຮອຍຍິ້ມມາສູ່ໃບໜ້າຂອງແຟນໆທີ່ເຮັດໃຫ້ຂ້ອຍຮູ້ສຶກຍິນດີ ”.
ສຳລັບ ຊິລເວລ ຕິດທີມຊາດອັງກິດໄປແລ້ວ 18 ນັດ ລົງຫລິ້ນໃຫ້ ເຊລຊີ 25 ນັດ ລວມທຸກລາຍການໃນລະດູການນີ້.

