ຂົນສົ່ງໂດຍສານສາຍໃຕ້ ກຽມພ້ອມຮອງຮັບຜູ້ໂດຍສານ ໄລຍະປີໃໝ່ລາວ ແລະ ຢືນຢັນບໍ່ມີການປັບຂຶ້ນລາຄາ

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສຳນັກຂ່າວສານປະເທດລາວ ວັນທີ 11 ເມສາ 2023 ນີ້ວ່າ: ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ມີຄວາມພ້ອມຮອບດ້ານ ທີ່ຈະຂົນສົ່ງຜູ້ ໂດຍສານ ຈາກນະຄອນຫລວງວຽງຈັນ ໄປຍັງບັນດາແຂວງພາກໃຕ້ ຂອງ ສປປ ລາວ ໃນໄລຍະສະຫລອງປີໃໝ່ລາວ ໂດຍຈະເພີ່ມຖ້ຽວລົດຈາກມື້ປົກກະຕິ 60 ກວ່າຖ້ຽວຕໍ່ວັນ, ເປັນ 80 ຖ້ຽວຕໍ່ວັນ. ສຳລັບ ດ້ານຄວາມປອດໄພ ໃນການເດີນທາງຂອງຜູ້ໂດຍສານ, ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ໄດ້ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຈັດຄະນະກວດກາເຕັກນິກລົດໂດຍສານທຸກຄັນ ກ່ອນຈະອອກລົດ, ຖ້າຄັນໃດບໍ່ຜ່ານເຕັກນິກ ແມ່ນຈະບໍ່ໃຫ້ແລ່ນໂດຍສານຢ່າງເດັດຂາດ.

ສຳລັບ ລາຄາແມ່ນປະຕິບັນຕາມກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກ, ຈະບໍ່ມີການຂຶ້ນລາຄາໂດຍສານແຕ່ຢ່າງໃດ ເປັນຕົ້ນ
-ລາຄາລົດທຳມະດາ ວຽງຈັນ-ປາກຊັນ 80 ພັນກີບ,
– ວຽງຈັນ-ຫລັກ 20 ລາຄາ 150.000 ກີບ, ວຽງຈັນ-ເຊໂປນ 240.000 ກີບ (ລົດດ່ວນ 1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ),
– ວຽງຈັນ-ເມືອງໄຊຈຳພອນ 210.000 ກີບ,
– ວຽງຈັນ-ນ້ຳທອນ 95 ພັນກີບ,
– ວຽງຈັນ-ວຽງທອງ 160.000 ກີບ,
– ວຽງຈັນ-ກອງລໍ 140.000 ກີບ.
– ວຽງຈັນ-ທ່າແຂກ 120.000 ກີບ (ລົດດ່ວນ 1 ລາຄາ 150.000 ກີບ, ລົດດ່ວນ 2 ລາຄາ 130.000 ກີບ).
– ວຽງຈັນ-ນາກາຍ 150.000 ກີບ, ວຽງຈັນ-ສະຫວັນ 170.000 ກີບ (ລົດດ່ວນ 1 ລາຄາ 220.000 ກີບ, ລົດດ່ວນ 2 ລາຄາ 200.000 ກີບ).
– ວຽງຈັນ-ປາກເຊ 240.000 ກີບ (ລົດດ່ວນ1 ລາຄາ 290.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ).
– ວຽງຈັນ-ສາລະວັນ 230.000 ກີບ(ລົດດ່ວນ1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ).
– ວຽງຈັນ-ເຊກອງ 260.000 ກີບ (ລົດດ່ວນ 1 ລາຄາ 320.000 ກີບ, ລົດດ່ວນ 2 ລາຄາ 300.000 ກີບ).
– ວຽງຈັນ-ອັດຕະປື 300.000 ກີບ (ລົດດ່ວນ 1 ລາຄາ 400.000 ກີບ, ລົດດ່ວນ 2 ລາຄາ 350.000 ກີບ).
– ວຽງຈັນ-ດອນຕະລາດ 280.000 ກີບ,
– ວຽງຈັນ-ດອນໂຂງ 315.000 ກີບ,
– ວຽງຈັນ-ເວີນຄາມ 310.000 ກີບ.
– ວຽງຈັນ-ຊຽງຂວາງ 180.000 ກີບ (ລົດດ່ວນ 1 ລາຄາ 220.000 ກີບ, ລົດດ່ວນ 2 ລາຄາ 200.000 ກີບ).
ຂ່າວ: ປະເທດລາວ

