ສໍານັກຂ່າວ Sky News ຫ້າມນຳໃຊ້ແອັບ TikTok ອີກແຫ່ງ ກັງວົນບັນຫາຄວາມໝັ້ນຄົງ ຮຽກຮ້ອງສື່ອື່ນໃຫ້ຍົກເລີກນໍາໃຊ້

ວັນທີ 10 ເມສາ, Sky News ໄດ້ເຜີຍແຜ່ບົດຄວາມລົງໃນເວັບໄຊຂອງສໍານັກຂ່າວ ໂດຍ ແຈັກ ໂຮຕັນ ບັນນາທິການຝ່າຍດິຈີຕອນ ກ່າວວ່າ: ຄວາມສ່ຽງດ້ານຄວາມໝັ້ນຄົງທີ່ເກີດຈາກແພກຟອມຈີນນັ້ນ “ສູງຫລາຍ” ສໍາລັບສໍານັກຂ່າວທຸກແຫ່ງ ດ້ວຍເຫດນີ້ Sky News ຈຶ່ງຢຸດການເຜີຍແຜ່ຄອນແທນລົງໃນ TikTok ໂດຍຈະຍອມເສຍຈໍານວນຜູ້ຕິດຕາມ 65.000 ກວ່າຄົນ ລວມທັງຈໍານວນວິວຫລາຍລ້ານວິວທີ່ເຄີຍສ້າງໄວ້ກ່ອນໜ້ານີ້ ເພື່ອດໍາເນີນຕາມແນວທາງໃໝ່ທີ່ຈະຊ່ວຍປົກປ້ອງນັກຂ່າວ ແລະ ຜູ້ຊົມຂອງທາງອົງກອນ.

ວັນທີ 4 ເມສາຜ່ານມາ, ລັດຖະບານອົດສະຕຣາລີຫາກໍປະກາດຫ້າມການນໍາໃຊ້ແອັບ TikTok ໃນອຸປະກອນຂອງໜ່ວຍງານລັດຖະບານ ໂດຍໃຫ້ເຫດຜົນຈາກຄວາມກັງວົນເລື່ອງຄວາມໝັ້ນຄົງ ແລະ ຢືນຢັນວ່າຄຳສັ່ງຫ້າມດັ່ງກ່າວຈະຖືກບັງຄັບໃຊ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ຕາມທິດທາງດຽວກັບອີກຫລາຍປະເທດເຊັ່ນ: ອາເມລິກາ, ການາດາ, ອັງກິດ ແລະ ນິວຊີແລນ ເຊິ່ງກັງວົນວ່າລັດຖະບານຈີນອາດສາມາດເຂົ້າເຖິງຂໍ້ມູນທີ່ມີຄວາມອ່ອນໄຫວໄດ້ຜ່ານການຂໍຂໍ້ມູນຈາກບໍລິສັດ ByteDance ເຊິ່ງເປັນເຈົ້າຂອງ TikTok.

ເຖິງຢ່າງໃດກໍຕາມ, TikTok ໄດ້ອອກຕອບໂຕ້ວ່າ: ການຫ້າມນໍາໃຊ້ຂອງລັດຖະບານປະເທດຕ່າງໆນັ້ນມີພື້ນຖານມາຈາກຄວາມເຂົ້າໃຈຜິດ ແລະ ທາງບໍລິສັດບໍ່ໄດ້ເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ຫລາຍໄປກວ່າໂຊຊຽວມີເດຍແຫ່ງອື່ນໆ. ອີກທັງຍັງບໍ່ເຄີຍປາກົດຫລັກຖານວ່າ: ລັດຖະບານຈີນນຳໃຊ້ແອັບ TikTok ເພື່ອສອດແນມຂໍ້ມູນຂອງຜູ້ໃຊ້ໃນປະເທດຕ່າງໆແທ້.

ອ້າງອີງ:

https://www.skynews.com.au/…/b58027c2047306dcbd037d0d96…

https://edition.cnn.com/…/sky-news-australia…/index.html