ຄະດີພິສະດານ ! ຊາຍໜຸ່ມຖືກຈັບຕິດຄຸກຂໍ້ຫາ “ເຮັດໃຫ້ໄກ່ຕົກໃຈຕາຍ” ກວ່າພັນໂຕ

ສານຈີນຕັດສິນຄະດີພິສະດານ ຜູ້ຕ້ອງຫາຊາຍໜຸ່ມຕ້ອງຮັບໂທດຕິດຄຸກ ໃນຂໍ້ຫາເຮັດໃຫ້ໄກ່ຂອງຄົນເຮືອນຂ້າງຄຽງຕົກໃຈຕາຍເຖິງ 1.100 ໂຕ ທຽບເທົ່າຄ່າເສຍຫາຍເປັນເງິນເກືອບ 13.480 ຢວນ.
ສື່ພາຍໃຕ້ການເບິ່ງແຍງຂອງລັດຖະບານຈີນ ເຜີຍແຜ່ລາຍງານຄໍາຕັດສິນຂອງສານກ່ຽວກັບຄະດີແປກໃນອາທິດຜ່ານມາ ໂດຍຜູ້ຕ້ອງຫາເຊິ່ງລະບຸພຽງຊື່ວ່າ: ທ້າວ ກູ່ ໄດ້ຮັບການຕັດສິນວ່າມີຄວາມຜິດແທ້ ຕາມຂໍ້ກ່າວຫາວ່າ: ເຮັດໃຫ້ໄກ່ຂອງເຮືອນຂ້າງຄຽງຕົກໃຈຈົນຕາຍຫລາຍກວ່າ 1.000 ໂຕ ແລະ ຕ້ອງຮັບໂທດຕິດຄຸກ.
ທ້າວ ກູ່ ແລະ ເຮືອນຂ້າງຄຽງທີ່ຊື່ວ່າ: ທ້າວ ຈົງ ມີບັນຫາກະທົບກະແທກກັນມາກ່ອນແລ້ວ ເນື່ອງຈາກທ້າວ ຈົງ ເຄີຍຕັດຕົ້ນໄມ້ຂອງທ້າວ ກູ່ ໂດຍບໍ່ບອກ ຫລື ຂໍອະນຸຍາດໃນເດືອນເມສາ 2022.
ສານປະຈໍາເມືອງເຫິງຢາງໃນມົນທົນຫູໜານ ສືບສວນພົບວ່າ: ທ້າວ ກູ່ ຕອບໂຕ້ການກະທໍາຂອງທ້າວ ຈົງ ໂດຍລັກເຂົ້າໄປໃນຟາມໄກ່ຂອງທ້າວ ຈົງ ຕອນກາງຄືນຫລາຍເທື່ອ ເຖິງວ່າເຈດຕະນາຂອງທ້າວ ກູ່ ທີ່ລັກລອບເຂົ້າໄປຈະບໍ່ຈະແຈ້ງ, ແຕ່ແສງຈາກໄຟສາຍທີ່ລາວໃຊ້ສ່ອງໄປມາເວລາລັກລອບເຂົ້າໄປນັ້ນ ເຮັດໃຫ້ຝູງໄກ່ເກີດອາການຕົກໃຈ ຈົນແລ່ນໄປລົບຢູ່ຕາມມຸມເລົ້າ ໄກ່ຫລາຍຮ້ອຍໂຕຂອງທ້າວ ຈົງ ຈຶ່ງບຽດທັບກັນຈົນຕາຍ.
ເທື່ອທໍາອິດທ້າວ ກູ່ມ ບຸກເຂົ້າໄປໃນທີ່ດິນຂອງເພື່ອນບ້ານ ລາວເຮັດໃຫ້ໄກ່ຂອງທ້າວ ຈົງ ຕາຍໄປປະມານ 500 ໂຕ ເຊິ່ງຕໍ່ມາລາວຖືກເຈົ້າໜ້າທີ່ຕໍາຫລວດຈັບ ແລະ ຕ້ອງຈ່າຍຄ່າຊົດເຊີຍໃຫ້ທ້າວ ຈົງ ເປັນເງິນ 3.000 ຢວນ.
ແຕ່ທ້າວ ກູ່ມ ບໍ່ເຂັດຫລາບ ລາວລັກເຂົ້າໄປໃນຟາມໄກ່ຂອງທ້າວ ຈົງ ອີກ ເຊິ່ງເທື່ອນີ້ ລາວເຮັດໃຫ້ໄກ່ຂອງທ້າວ ຈົງ ຕາຍໄປເຖິງ 640 ໂຕ.
ໃນວັນທີ 4 ເມສາ 2023 ສານເມືອງເຫິງຢາງ ຕັດສິນວ່າ ທ້າວ ກູ່ ຕັ້ງໃຈ “ສ້າງຄວາມເສຍຫາຍຕໍ່ຊັບສິນ” ຂອງທ້າວ ຈົງ ແລະ ກໍານົດໃຫ້ທ້າວ ກູ່ ຮັບໂທດຕິດຄຸກ 6 ເດືອນ.
ຕາມການປະເມີນຂອງເຈົ້າໜ້າທີ່ທາງການ ໄກ່ປະມານ 1.100 ໂຕທີ່ຕາຍໄປນັ້ນ ຄິດມູນຄ່າເປັນເງິນໄດ້ 13.480 ຢວນ.

