ແຣສຟອດ ມີໂອກາດພາດເກມພົບກັບ ເຊບີຢາ ໃນ ຢູໂຣປາ ຮອບ 8 ທີມ

ມາຄັສ ແຣສຟອດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ມີແນວໂນ້ມສູງທີ່ຈະພາດການແຂ່ງຂັນຮອບ 8 ທີມ ຢູໂຣປາ ລີກ ກັບ ເຊບີຢາ ໂດຍເຂົາຈະເຂົ້າຮັບການກວດຕື່ມອີກໃນວັນຈັນນີ້.

ແຣສຟອດ ອາດຈະພາດການລົງສະໜາມນັດທຳອິດຂອງທີມໃນການແຂ່ງຂັນ ຢູຟາ ຢູໂຣປາ ລີກ ຮອບ 8 ທີມສຸດທ້າຍທີ່ສະໜາມ ໂອແທຣັບຟອດ ພົບກັບ ເຊບີຢາ ໃນວັນພະຫັດທີ 13 ເມສາ ຕາມລາຍງານຂອງ The Sun.

ແຣສຟອດ ໄດ້ຮັບບາດເຈັບບໍລິເວນໂຄນຂາໃນນັດທີ່ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ເອຟເວີຕັນ 2-0 ເມື່ອວັນເສົາທີ 8 ເມສາທີ່ຜ່ານມາ ເຊິ່ງຫລາຍຄົນທີ່ກ່ຽວພັນກັບ “ຜີສາດແດງ” ຢ້ານວ່າເຂົາຈະຕ້ອງໄດ້ພັກຫລາຍອາທິດ. ແລະ ອາດຈະສົ່ງຜົນກະທົບທາງລົບຕໍ່ທີມຫລັງຈາກ ແຣສຟອດ ກຳລັງເຮັດຜົນງານໄດ້ຢ່າງຮ້ອນແຮງ.