ອັດຕາການເກີດອິຕາລີຕໍ່າສຸດເມື່ອທຽບໃສ່ປີຜ່ານມານີ້ ແລະ ປະຊາກອນຍັງຫລຸດລົງຕໍ່ເນື່ອງ

ສຳນັກຂ່າວຣອຍເຕີລາຍງານ: ວັນທີ 9 ເມສາ 2023 ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດອິຕາລີ ລະບຸວ່າ: ອັດຕາການເກີດໃນອິຕາລີຫລຸດລົງສູ່ລະດັບຕໍ່າສຸດ ແລະ ຈຳນວນປະຊາກອນກໍຍັງຫລຸດລົງຕໍ່ເນື່ອງເຊັ່ນດຽວກັນ.
ເມື່ອປີຜ່ານມາ ອິຕາລີ ບັນທຶກການເສຍຊີວິດ ຫລາຍກວ່າ 12 ຄົນ ຕໍ່ການເກີດ 7 ຄົນ, ຈຳນວນປະຊາກອນໃນປະເທດຍັງຫລຸດລົງປະມານ 179,000 ຄົນ ເຫລືອປະມາ 58,85 ລ້ານຄົນ. ເມື່ອທຽບໃສ່ປີ 2020 ແລະ ປີ 2021 ສ່ວນຫລາຍແລ້ວໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງໂຄວິດ-19.

