ທະນາຄານແຫ່ງ ສປປ ລາວ ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຢູ່ເມືອງປາກລາຍ

ວັນທີ 5 ເມສາ 2023 ທີ່ຫໍປະຊຸມໃຫຍ່ຂອງເມືອງປາກລາຍ ແຂວງໄຊຍະບູລີ, ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໂດຍການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

ເພື່ອເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງຕ່າງປະເທດ (ສະບັບປັບປຸງ) ເລກທີ15/ສພຊ ລົງວັນທີ 7 ກໍລະກົດ 2022, ຂໍ້ຕົກລົງເລກທີ 1026/ທຫລ ລົງວັນທີ 28 ທັນວາ 2022 ວ່າດ້ວຍການບໍລິການແລກປຽ່ນເງິນຕາ ແລະ ຮັບຟັງແຈ້ງການຂອງທ່ານເຈົ້າແຂວງໄຊຍະບູລີເລກທີ 41/ຈຂ.ຊຍ ລົງວັນທີ 20 ມີນາ 2023 ກຽ່ວກັບການຊໍາລະ ແລະ ຮັບຊໍາລະຄ່າສິນຄ້າ, ບໍລິການ ແລະ ອື່ນໆ ເປັນເງິນກີບ ຈຸດປະສົງຂອງການເຜີຍແຜ່ກົດໝາຍດັ່ງກ່າວ ໃຫ້ຜູ້ເຂົ້າຮວ່ມໄດ້ຮັບຮູ້ ແລະ ເຂົ້າໃຈ ກຽ່ວກັບຫລັກການ, ລະບຽບການ ແລະ ມາດຕະການກຽ່ວກັບການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການຈໍລະຈອນເງິນຕາ, ການຄ້າ, ການບໍລິການ, ການລົງທຶນ ໃຫ້ມີປະສິດທິພາບ, ມີປະສິດທິຜົນ, ສ້າງຄວາມເຂັ້ມແຂງຖານະການຊໍາລະກັບຕ່າງປະເທດ ແລະ ຄັງສໍາຮອງເງິນຕາຕ່າງປະເທດ ແນໃສ່ຍົກສູງຄຸນຄ່າ ແລະ ຮັກສາສະຖຽນລະພາບຂອງເງິນຕາແຫ່ງຊາດ ເປີດກວ້າງການພົວພັນຮວ່ມມືເສດຖະກິດກັບຕ່າງປະເທດ ປະກອບສວ່ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍົກສູງຄຸນຄ່າເງິນກີບ ຂອງ ສປປ ລາວໃຫ້ສູ້ງຂຶ້ນ.