ທະນາຄານໂລກປັບຫລຸດ GDP ອູແກຣນ ປີ 2023 ເຫລືອ 0,5%

ວັນທີ 6 ເມສາ, ສໍານັກຂ່າວອິນເຕີແຟກ-ອູແກຣນ ລາຍງານວ່າ: ທະນາຄານໂລກໄດ້ຫລຸດຕົວເລກຄາດຄະເນການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງອູແກຣນເຫລືອ 0,5% ຈາກ 3,3% ທີ່ເຄີຍປະເມີນໄວ້ໃນເດືອນມັງກອນ.
ລາຍງານລະບຸວ່າ: ຄວາມເສຍຫາຍທາງເສດຖະກິດທີ່ເກີດຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ-ອູແກຣນເປັນປັດໄຈຫລັກທີ່ເຮັດໃຫ້ມີການຫລຸດຕົວເລກຄາດຄະເນຄັ້ງນີ້, ແຕ່ການກັບມາເປີດທ່າເຮືອໃນທະເລດໍາຂອງອູແກຣນ, ການກັບມາເຮັດການຄ້າທັນຍາພືດອີກ ຕະຫລອດຈົນການສະໜັບສະໜູນຈໍານວນຫລາຍຈາກຜູ້ບໍລິຈາກ ຈະຊ່ວຍສະໜັບສະໜູນກິດຈະກໍາທາງເສດຖະກິດໃນອູແກຣນປີ 2023.
ທະນາຄານໂລກປະເມີນວ່າ: ຄ່າໃຊ້ຈ່າຍດ້ານການບູລະນະ ແລະ ຟື້ນຟູອູແກຣນພາຍຫລັງຄວາມຂັດແຍ່ງ ສູງເຖິງ 4,11 ແສນລ້ານໂດລາສະຫະລັດ.
ນອກຈາກນັ້ນ, ທະນາຄານໂລກຄາດຄະເນວ່າ: ເສດຖະກິດອູແກຣນຈະເຕີບໃຫຍ່ 6,5% ໃນປີ 2025 ຫລັງຈາກເພີ່ມຂຶ້ນ 3,5% ໃນປີ 2024 ໂດຍກ່ອນໜ້ານີ້ GDP ຂອງອູແກຣນຫລຸດລົງເປັນປະຫວັດສາດໃນລະດັບ 29,2% ໃນປີ 2022.

