WHO ຈະຍົກເລີກສະຖານະການສຸກເສີນ ໂຄວິດ-19 ໃນປີນີ້ ເນື່ອງຈາກທົ່ວໂລກສາມາດປັບຕົວໃຊ້ຊີວິດຢູ່ຮ່ວມກັບເຊື້ອພະຍາດດັ່ງກ່າວໄດ້ຢ່າງຖາວອນ

ສຳນັກຂ່າວຕ່າງປະເທດລາຍງານ: ທ່ານ ​ເທ​​ໂດຣສ ອາ​ຮານ​ອມ ​ເກ​ເບຣ​ເຢຊຸ​ສ (Tedros Adhanom Ghebreyesus),ຜູ້ອຳນວຍການ ອົງການ​ ອະນາ​ໄມ​ໂລກ ປະກາດຈະ​ຍົກ​ເລີກ​ ສະຖານະ​ການ​ ສຸກ​ເສີນ​ຂອງ​ພະຍາດ ​ໂຄ​ວິດ-19 ພາຍ​ໃນ​ປີ​ນີ້ ຫລັງ​ຈາກ​ເດັກ ​ແລະ ​ໄວ​ໝຸ່ມ ທີ່​ມີ​ສຸຂະພາບ​ແຂງ​ແຮງ ອາດ​ບໍ່​ຈຳ​ເປັນຕ້ອງ​ສັກ​ວັກ​ຊິນ​ປ້ອງ​ກັນ​ ໂຄ​ວິດ-19 ອີກ​ຕໍ່​ໄປ ​ເນື່ອງ​ຈາກທົ່ວ​ໂລກ ​ໄດ້​ປັບ​ຕົວ​ໃຫ້​ສາມາດໃຊ້​ຊີວິດ​ຢູ່​ຮ່ວມ​ກັບເຊື້ອ​ພະຍາດ​ດັ່ງກ່າວ ​ໄດ້​ຢ່າງ​ຖາວອນ. ​ແຕ່​ປະຊາກອນ ຜູ້​ສູງ​ອາຍຸ ​ແລະ ຜູ້​ມີ​ຄວາມ​ສ່ຽງ​ສູງ ລວມທັງ ​ຜູ້​ມີ​ພະຍາດ​ປະຈຳ​ຕົວ ຄວນ​ໄດ້​ຮັບ​ ວັກ​ຊິນ​ເຂັມ​ກະ​ຕຸ້ນ ​ໂຄ​ວິດ-19 ພາຍ​ໃນ 6-12​ ເດືອນ ຫລັງ​ສັກ​ວັກ​ຊິນ ​ເຂັມ​ຫລ້າ​ສຸດ.