ແຂວງບໍ່ແກ້ວ ທຳລາຍຊິ້ນສ່ວນລົດດັດແປງສະພາບເຕັກນິກ ຫລາຍລາຍການ ເພື່ອຄວາມເປັນລະບຽບຮຽບຮ້ອຍ

ວັນທີ 7 ເມສາ 2023 ນີ້, ພະແນກຕຳຫລວດຈະລາຈອນ ປກສ ແຂວງບໍ່ແກ້ວ ໄດ້ທຳລາຍຊິ້ນສ່ວນລົດດັດແປງສະພາບເຕັກນິກ, ໂດຍການເຂົ້າຮ່ວມຂອງ ທ່ານ ພັທ ສີພັນ ຈັນທະວົງ ຮອງຫ້ອງຕຳຫລວດ ປກສ ແຂວງບໍ່ແກ້ວ ແລະ ທ່ານ ພັທ ອຸ້ຍ ບຸນມີໄຊ ຫົວໜ້າພະແນກຕຳຫລວດ ຈະລາຈອນແຂວງ.
ທ່ານ ພັທ ອຸ້ຍ ບຸນມີໄຊ ກ່າວວ່າ: ຊິ້ນສ່ວນລົດດັດແປງສະພາບເຕັກນິກ ທີ່ນຳມາທຳລາຍຄັ້ງນີ້ເຊິ່ງເຈົ້າໜ້າທີ່ໄດ້ປົດອອກຈາກລົດທີ່ນຳມາເສຍພາສີ, ໂອນມາຈາກຕ່າງແຂວງ ແລະ ອຸປະກອນທີ່ດັດແປງສະພາບເຕັກນິກທີ່ບໍ່ຖືກຕ້ອງຈາກຜູ້ລະເມີດປະກອບມີ: ປະເພດລົດໃຫຍ່ ມີປ້າຍລັດບໍລິຫານ 104 ຄູ່, ປ້າຍເອກະຊົນລາວ 451 ຄູ່, ປ້າຍທຸລະກິດ 100% ແລະ ປ້າຍຂາວ 189 ຄູ່; ປະເພດລົດຈັກມີປ້າຍລັດບໍລິຫານ 12 ປ້າຍ, ປ້າຍເອກະຊົນລາວ 25 ປ້າຍ;ສ່ວນດັດແປງເຕັກນິກ ມີ ຊົກອັບ 70 ອັນ, ລາງລົດຈັກ 40 ອັນ, ຢາງນ້ອຍ 80 ເສັ້ນ, ດອກໄຟສະປອດໄລ້165 ດອກ, ທໍ່ດັງແຮງ 110 ອັນ, ແກດັງແຮງ 5 ອັນ,
ທັງນີ້ກໍເພື່ອເຮັດໃຫ້ການສັນຈອນຕາມເສັ້ນທາງຫລວງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ຫລຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດຕິເຫດ, ເຊິ່ງເປັນເຫດເຮັດໃຫ້ເກີດມີການສູນເສຍຊັບສິນ, ການບາດເຈັບ ແລະ ການເສຍຊີວິດ.

