ທີມຊາດຊາອຸດີອາຣາເບຍ ທາບທາມ ມູຣິນໂຢ ຄຸມທີມສະເໜີສັນຍາ 2 ປີ ມູນຄ່າ 120 ລ້ານເອີໂຣ

ໃນວັນທີ 7 ເມສາ 2023, Corriere dello Sport ສື່ທີ່ມີຊື່ສຽງຂອງອິຕາລີ, ຕີຂ່າວທີມຊາດຊາອຸດີອາຣາເບຍ ຍື່ນຂໍ້ສະເໜີໃຫ້ກັບ ໂຈເຊ ມູຣິນໂຢ ຜູ້ຈັດການທີມ “ໝາປ່າເຫລືອງ” ໂຣມ່າ ສະໂມສອນຍັກໃຫຍ່ໃນ ກັລໂຊ ເຊເຣຍ ອາ ອີຕາລີ ພິຈາລະນາເພື່ອມາເປັນຄູຝຶກສອນຄົນໃໝ່ຂອງພວກເຂົາ.

ສໍາລັບທີມຊາດ ທີມຊາດຊາອຸດີອາຣາເບຍ ກຳລັງຊອກຫາຄູຝຶກຄົນໃໝ່ມາແທນທີ່ ແຮເວ ເຣນາ ທີ່ລາອອກໄປ ແລະ ຕາມການລາຍງານຫລ້າສຸດ. ຊາອຸດິ ອາຣາເບຍ ໄດ້ສະເໜີສັນຍາ 2 ປີ ມູນຄ່າ 120 ລ້ານເອີໂຣ ຫລື 60 ລ້ານເອີໂຣຕໍ່ປີ ໃຫ້ ມູຣິນໂຢ ພິຈາລະນາ.

ທັ້ງນີ້ ມູຣິນໂຢ ເຫລືອສັນຍາກັບ ໂຣມ່າ ແລະ ຍັງບໍ່ທັນຊັດເຈນວ່າລາວຈະຕໍ່ສັນຍາອອກໄປຫລືບໍ່. ເນື່ອງຈາກວ່າກຳລັງຢູ່ໃນຂັ້ນຕອນຂອງການເຈລະຈາ ໂດຍໃນປັດຈຸບັນ, ລາວກໍາລັງນໍາ ໂຣມ່າ ຂຶ້ນຢູ່ອັນດັບ 5 ຂອງຕາຕະລາງ ເຊເຣຍ ອາ, ຫວັງຕິດອັນດັບທີ 4 ເພື່ອຄວ້າໂຄຕ້າໄປເຕະ ຢູຟາ ແຊ້ມປ້ຽນລີກ ໃນລະດູການຕໍ່ໄປ.