ADB ຄາດຄະເນເສດຖະກິດອິນໂດເນເຊຍ ປີ 2023 ເຕີບໃຫຍ່ 4,8%

ທະນາຄານເພື່ອການພັດທະນາອາຊີ (ADB) ຄາດຄະເນວ່າ: ເສດຖະກິດອິນໂດເນເຊຍຈະເຕີບໃຫຍ່ 4,8% ໃນປີ 2023 ແລະ 5% ໃນປີ 2024 ເມື່ອອ້າງອີງທ່າອ່ຽງການຫລຸດລົງຂອງລາຄາສິນຄ້າ ໂດຍຕົວເລກດັ່ງກ່າວຕໍ່າກວ່າການຄາດຄະເນຂອງລັດຖະບານອິນໂດເນເຊຍ ເຊິ່ງຢູ່ປະມານ 5-5,3% ໃນປີ 2023.
ທ່ານ ຈິໂຣ ໂທມິນາພາ ຜູ້ອໍານວຍການທະນາຄານ ADB ປະຈໍາອິນໂດເນເຊຍ ເປີດເຜີຍວ່າ: ການສົ່ງອອກວັດຖຸດິບທີ່ເພີ່ມຂຶ້ນຊຸກດັນເສດຖະກິດເຕີບໃຫຍ່ເຖິງ 5,3% ໃນປີ 2022 ແຕ່ການສົ່ງອອກໃນປີ 2023 ອາດເຕີບໃຫຍ່ຫລຸດລົງເພາະແຮງກົດດັນຈາກພາຍນອກ.
ທ່ານ ໂທມິນາພາ ກ່າວວ່າ: ການບໍລິໂພກຂອງພາກເອກະຊົນກວມອັດຕາສ່ວນຫລາຍຂອງເສດຖະກິດອິນໂດເນເຊຍ ເຊິ່ງຈະເປັນຖານສໍາລັບການເຕີບໃຫຍ່. ຂະນະທີ່ການໃຊ້ຈ່າຍຂອງຜູ້ບໍລິໂພກເປັນປົກກະຕິເພີ່ມຂຶ້ນ ແລະ ໄດ້ປະໂຫຍດຈາກການຫລຸດລົງຂອງສະພາບເງິນເຟີ້, ແຕ່ການລົງທຶນມີທ່າອ່ຽງຍັງເທົ່າເກົ່າເພາະທຸລະກິດຕ່າງໆຍັງຖ້າເບິ່ງສະຖານະການ.
ການສົ່ງອອກທີ່ເພີ່ມຂຶ້ນຊ່ວຍອິນໂດເນເຊຍຫລຸດການຂາດດູນງົບປະມານໄວກວ່າການຄາດຄະເນໜຶ່ງປີຈົນຢູ່ຕໍ່າກວ່າເພດານສູງສຸດ 3% ຂອງລວມຍອດຜະລິດຕະພັນພາຍໃນ (GDP).
ອັດຕາເງິນເຟີ້ຂອງອິນໂດເນເຊຍເດືອນກັນຍາ 2022 ເພີ່ມສູງສຸດຢູ່ລະດັບ 5,95% ເຊິ່ງສູງເກີນເປົ້າໝາຍໃນລະດັບ 4% ຂອງທະນາຄານກາງ, ແຕ່ຖືກຄວບຄຸມດ້ວຍລາຄາສິນຄ້າທີ່ຫລຸດລົງ ແລະ ນະໂຍບາຍການເງິນທີ່ເຂັ້ມງວດຂຶ້ນ.
ທະນາຄານ ADB ຄາດຄະເນວ່າ: ອັດຕາເງິນເຟີ້ຂອງອິນໂດເນເຊຍຈະຢູ່ປະມານ 3,5% ໃນເດືອນທັນວາປີນີ້ ແລະ ສະເລ່ຍຢູ່ລະດັບ 4,2% ສໍາລັບປີນີ້.

