ຫິມະຖະຫລົ່ມໃນອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 7 ຄົນ

ສຳນັກຂ່າວຣອຍ​ເຕີລາຍງານ: ວັນ​ທີ 5 ​ເມສາ 2023 ​ນີ້, ໜ່ວຍ​ກູ້​ໄພ​ ຂອງ​ອິນ​ເດຍ ກຳລັງ​ກວດ​ສອບ ​ພື້ນ​ທີ່ ຫິມະ​ ຖະຫລົ່ມ​ ຄັ້ງຫລ້າ​ສຸດ​ເພື່ອ​ຄົ້ນ​ຫາ​ ຜູ້​ທີ່​ຍັງ​ຕິດ​ຄ້າງ ​ຈາກເຫດຫິມະ ຖະຫລົ່ມບໍລິ​ເວນ​ ຖະໜົນໃນ​ລັດ​ ສິກ​ຄິມ(Sikkim) ​ເທິງ​ພູຫິມາໄລ ​ໃນ​ເບື້ອງ​ຕົ້ນ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 7 ຄົນ ​ແລະ ຊ່ວຍ​ເຫລືອ​ ອອກ​ມາ​ໄດ້ 20 ຄົນ.​