ເບລລິງແຮມ ຕິດໃນ 10 ອັນດັບ ນັກເຕະທີ່ມີຄ່າຕົວທະລຸ 100 ລ້ານລະດູການນີ້

10 ອັນດັບນັກເຕະຊື່ດັງທີ່ມີຄ່າຕົວປະເມີນທະລຸ 100 ລ້ານຢູໂຣ ໃນລະດູການນີ້ ໂດຍທີ່ ຈູດ ເບລລິງແຮມ ກອງກາງດາວຮຸ່ງທີມຊາດອັງກິດຂຶ້ນມາເປັນຮອງພຽງ ຄີລຽນ ເອັມບັບເປ ແລະ ເອີລິງ ເບຣົາ ຮາແລນ ເທົ່ານັ້ນ.

ຈູດ ເບລລິງແຮມ ກອງກາງທີມຊາດອັງກິດຂອງ ໂບຣຸສເຊຍ ດອດມຸນ ໄດ້ຮັບການປະເມີນຈາກເວັບໄຊ ທຣານສະເຟີມາເກັດ ໃຫ້ກາຍເປັນນັກເຕະທີ່ມີຄ່າຕົວປະເມີນແພງທີ່ສຸດໃນໂລກເປັນອັນດັບ 3 ຮຽບຮ້ອຍແລ້ວ ໂດຍມີຄ່າຕົວພຸ່ງສູງເຖິງ 120 ລ້ານຢູໂຣ.

ຂະນະທີ່ ຄີລຽນ ເອັມບັບເປ ກອງໜ້າຈາກ ປາຣີສ ແຊັງ ແຊັກແມັງ ຍັງຄົງຖືກຍົກໃຫ້ເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດໃນໂລກທີ່ລາຄາ 180 ລ້ານປອນ.

ສ່ວນ ເອີລິງ ຮາແລນ ດາວຍິງ ແມນເຊສເຕີ ຊິຕີ້ ຕາມມາເປັນອັນດັບສອງ ໂດຍມີຄ່າຕົວປະເມີນຢູ່ທີ່ 170 ລ້ານຢູໂຣ.

10 ອັນດັບນັກເຕະຄ່າຕົວປະເມີນທະລຸ 100 ລ້ານຢູໂຣ ມີດັ່ງນີ້ :

  1. ຄີລຽນ ເອັມບັບເປ : 180 ລ້ານຢູໂຣ.
  2. ເອີລິງ ເບຣົາ ຮາແລນ : 170 ລ້ານຢູໂຣ.
  3. ຈູດ ເບລລິງແຮມ : 120 ລ້ານຢູໂຣ.
  4. ວິນິຊີອຸສ ຈູເນຍ : 120 ລ້ານຢູໂຣ.
  5. ຈາມາລ ມູເຊຍລ່າ : 110 ລ້ານຢູໂຣ.
  6. ບູຄາໂຢ ຊາກ້າ : 110 ລ້ານຢູໂຣ.
  7. ຟິລໂຟເດັນ : 110 ລ້ານຢູໂຣ.
  8. ເຟເດຣິໂກ ວັລເວເດ້ : 100 ລ້ານຢູໂຣ.
  9. ເປດຣີ : 100 ລ້ານຢູໂຣ.
  10. ວິເຕີ ໂອຊິມເຮນ : 100 ລ້ານຢູໂຣ.