ດີກວ່າເສຍ ຄຣັອບ ພໍໃຈ ລິເວີພູລ ເກັບ 1 ແຕ້ມຈາກບ້ານ ເຊວຊີ

ເຈເກັນ ຄຣັອບ ນາຍໃຫຍ່ຂອງ ລິເວີພູລ ຍອມຮັບໄດ້ກັບການອອກໄປຢາມ ເຊວຊີ ດ້ວຍຜົນສະເໝີ, ໂດຍຊີ້ໃຫ້ເຫັນວ່າລູກທີມຂອງລາວຫລິ້ນໄດ້ດີ.

ຄຣັອບ ຍອມຮັບວ່າການສະເໝີແບບບໍ່ມີປະຕູແມ່ນເປັນທີ່ຍອມຮັບໄດ້. ຫລັງຈາກທີ່ຕ້ອງມີການປ່ຽນຜູ້ຫລິ້ນເຖິງ 6 ຄົນຈາກການໄປຢາມ ເຊວຊີ ໃນເກມພຣີເມຍລີກ ນັດກາງອາທິດ ໃນ​ວັນ​ອັງ​ຄານ​ທີ 4 ເມ​ສາ​ຜ່ານ​ມາ ພ້ອມສະແດງຄວາມພໍໃຈຕໍ່ກັບປະຕິກິລິຍາຂອງລູກທີມທີ່ຢາກໄດ້ຄະແນນຈາກເກມນີ້ ແລ່ນເຂົ້າໃສ່ຄູ່ແຂ່ງເພື່ອຍາດບານຢ່າງເຕັມທີ່.