Bitdefender ອຸປະກອນປ້ອງກັນໄວຣັສຂັ້ນສູງສຸດ

ເຊົ້າວັນທີ 7 ກັນຍານີ້, ທ່ານ ພຸດພອນໄຊ ຫລວງລາດ ຜູ້ບໍລິຫານ ບໍລິສັດ ດາຕາຄອມ ຈຳກັດ ຮ່ວມກັບ ທ່ານ ໄມເຄິລ ໂດມີນິກ ກຳມະການຜູ້ຈັດການ Bitdefender ອິນໂດຈີນ, ໄດ້ແນະນຳອຸປະກອນ ທີ່ໃຊ້ສຳລັບການປ້ອງກັນໄພຄຸກຄາມ ກໍຄືໄວຣັສ ທີ່ມີປະສິດທິພາບສູງ ແລະ ທັນສະໄໝເໝາະກັບຍຸກປັດຈຸບັນເປັນຢ່າງດີ, ຊຶ່ງການບໍລິການທາງດ້ານການຮັກສາ ຄວາມປອດໄພຊັ້ນນຳຂອງໂລກໄດ້ຮ່ວມມືກັບບໍລິສັດໄອທີພາຍໃນປະເທດ ເພື່ອນຳເອົາຜະລິດຕະພັນດັ່ງກ່າວ ມາສູ່ຕະຫຼາດໄອທີໃນລາວ, ໂດຍສະເພາະ ບັນດາຜູ້ຊົມໃຊ້ຄອມພິວເຕີ, ແມ່ນສາມາດນຳໃຊ້ເຕັກໂນໂລຢີປ້ອງກັນໄວຣັສຮູບແບບໃໝ່ຫຼ້າສຸດຂອງ Bitdefender ແລະ ປັດຈຸບັນນີ້ ມີພຽງບໍລິສັດ ດາຕາຄອມ ຈຳກັດເທົ່ານັ້ນທີ່ສາມາດສະໜອງອຸປະກອນດັ່ງກ່າວໄດ້.
ຜູ້ບໍລິຫານ ບໍລິສັດ ດາຕາຄອມ ກ່າວວ່າ: ປັດຈຸບັນໂຄງລ່າງພື້ນຖານ ທາງດ້ານອິນເຕີເນັດແມ່ນເພີ່ມຂຶ້ນຢ່າງໄວວາ, ລວມໄປເຖິງການຫັນເປັນດິຈິ ຕອນ ແລະ ຈຳນວນຜູ້ຊົມໃຊ້ຄອມພິວເຕີ້ໃນລາວ ກໍນັບມື້ເພີ່ມຂຶ້ນ, ເຊິ່ງເຮັດ ໃຫ້ຄວາມຮຽກຮ້ອງຕ້ອງການທາງດ້ານການຮັກສາຄວາມປອດໄພທາງໄຊເບີ້ ເພີ່ມຂຶ້ນເຊັ່ນດຽວກັນ ແລະ ຂະນະນັ້ນ ການນຳໃຊ້ຜະລິດຕະພັນຮັກສາ ຄວາມປອດໄພທີ່ໜ້າເຊື່ອຖືແມ່ນເປັນສິ່ງສຳຄັນຫຼາຍ, ຊຶ່ງບໍລິສັດ ດາຕາຄອມ ໄດ້ເລັງເຫັນຜະລິດຕະພັນທີ່ເອີ້ນວ່າ: Bitdefender, ໂດຍມີຈຳໜ່າຍຢູ່ຫລາຍ ກວ່າ 200 ປະເທດໃນທົ່ວໂລກນຳມາຈຳໜ່າຍໃຫ້ປະຊາຊົນລາວໄດ້ນຳໃຊ້ ເພື່ອຄວາມປອດໄພຂອງຂໍ້ມູນ ແລະ ເອກະສານສຳຄັນຕ່າງໆໄດ້ເກັບຮັກສາໄວ້ ປອດໄພ.
ທ່ານ ໄມເຄິລ ໂດມີນິກ ກຳມະການຜູ້ຈັດການ Bitdefender ອິນໂດຈີນ ກ່າວວ່າ: ປັດຈຸບັນມີຜູ້ຊົມໃຊ້ເຕັກໂນໂລຢີ Bitdefender ຫຼາຍກວ່າ 500 ລ້ານຄົນໃນທົ່ວໂລກ, ເຊິ່ງເປັນເຕັກໂນໂລຢີທີ່ຈັດຢູ່ໃນລຳດັບທີ 1, ໂດຍສະຖາ ບັນການຮັກສາຄວາມປອດໄພທາງໄຊເບີ້ສາກົນທີ່ເປັນເອກະລາດເຊັ່ນ: AV-Test (ເຢຍລະມັນ) ແລະ AV-Comparatives (ອອສເຕຣຍ) ອີກດ້ວຍ.

