ປກສ ເມືອງຄູນຄຳ ມອບລົດຈັກທີ່ຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ສ່ວນຜູ້ກະທຳຜິດແມ່ນເອົາຕົວຫລົບໜີ

ວັນທີ 25 ມີນາ 2023 ຜ່ານມາ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຄູນຄໍາໄດ້ຮັບແຈ້ງຄວາມຈາກປະຊາຊົນຢູ່ບ້ານ ພູຊາດເມືອງຄູນຄໍາ ແຂວງຄໍາມ່ວນວ່າ ມີໂຈນລົດຈັກຢູ່ ບ້ານນາຂາມ ເມືອງຄຸນຄໍາ ປະເພດລົດຈັກຍີ່ຫຍໍ້ຮອນດາເວັບຮ້ອຍ ປ້າຍທະບຽນ ຈຈ7421 ທີ່ຖືກຄົນຮ້າຍລັກໄປ, ຕົກມາຮອດວັນທີ 28 ມີນາ 2023 ເຈົ້າໜ້າທີ່ ປກສ ໄດ້ພົບເຫັນລົດຄັນດັ່ງກ່າວຢູ່ ບ້ານຄູນແກ້ວ ເມືອງຄູນຄໍາ ສ່ວນຜູ້ກະທໍາຜິດແມ່ນເອົາຕົວລົບໜີ. ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຄູນຄຳ ຈຶ່ງໄດ້ມອບລົດຄັນດັາງກ່າວຄືນໃຫ້ເຈົ້າຂອງເດີມ.

