ຝຸ່ນ PM 2.5, ບັນຫາມົນລະພິດທາງອາກາດທີ່ຢູ່ອ້ອມຕົວເຮົາ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ ປັດຈຸບັນບັນຫາຂີ້ຝຸ່ນ PM 2.5 ຢູ່ລາວຫຼາຍເຂດ ແມ່ນກຳລັງປະເຊີນກັບບັນຫາຂີ້ຝຸ່ນ PM 2.5 ທີ່ເກີນມາດຕະຖານອັນທີ່ສົ່ງຜົນໃຫ້ມີສະພາບອາກາດທີ່ມືດມົວຍ້ອນຂີ້ຝຸ່ນຈໍານວນຫຼວງຫຼາຍທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ.
PM ຫຍໍ້ມາຈາກ Particulate Matters, ເຊິ່ງເປັນຄ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ມີຂະໜາດຫົວໜ່ວຍ 2.5 microns ແລະ ເປັນອັນຕະລາຍຕໍ່ສຸຂະພາບມັນເປັນຂີ້ຝຸ່ນທີ່ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າແຕ່ມັນສາມາດເຫັນໄດ້ໃນປະລິມານຫຼາຍ ມັນຄ້າຍຄືຄວັນທີ່ລອຍຢູ່ໃນຊັ້ນບັນຍາກາດມັນຍັງເປັນຝຸ່ນຂີ້ຝຸ່ນຂະໜາດນ້ອຍທີ່ສາມາດເຈາະຜ່ານດັງຂອງເຮົາໄດ້ ເຮັດໃຫ້ຂີ້ຝຸ່ນປະເພດນີ້ສະສົມຢູ່ໃນຮ່າງກາຍຈົນເຮັດໃຫ້ເກີດບັນຫາກ່ຽວກັບປອດ ແລະລະບົບຫາຍໃຈ.
#ສາເຫດຂອງການເກີດຝຸ່ນ PM2.5
ແມ່ນມາຈາກຫຼາຍປັດໄຈທີ່ສະສົມມາເປັນເວລາດົນນານ ສ່ວນຫຼາຍແມ່ນເກີດມາຈາກການເຜົາໄໝ້ນ້ຳມັນເຊື້ອໄຟທໍາມະຊາດທີ່ບໍ່ສົມບູນ ແລະ ການເຜົາໄໝ້ຂອງເຊື້ອໄຟປະເພດຕ່າງໆດັ່ງນີ້:
– ການເຜົາໄໝ້ໃນໂຮງງານອຸດສາຫະກໍາ
– ການລະບາຍຄວັນດຳອອກຈາກລົດ, ລົດບັນທຸກ, ລົດເມ ແລະ ອື່ນໆ
– ການສູບຢາ, ຈູດທູບ, ຈູດເຈ້ຍ, ປຸງແຕ່ງອາຫານ, ເຕົາແກັສ ເຜົາຜານຄວາມຮ້ອນ.
– ກວດຄວາມໜາແໜ້ນຂອງຝຸ່ນຢູ່ຕະຫລອດ
– ຫາກເກີດຄວາມຜິດປົກກະຕິກັບຮ່າງກາຍຄວນໄປຫາໝໍ