ສປປ ເກົາຫລີ ກ່າວວ່າ: ກອງທັບທົດລອງໂດຣນໂຈມຕີໃຕ້ນໍ້າ ທີ່ສາມາດຕິດຫົວຮົບນິວເຄຼຍໄດ້

ສໍານັກຂ່າວ KCNA ຂອງລັດຖະບານ ສປປ ເກົາຫລີ ເປີດເຜີຍວ່າ: ກອງທັບໄດ້ມີການທົດລອງໂດຣນໂຈມຕີໃຕ້ນໍ້າລຸ້ນໃໝ່ທີ່ສາມາດຕິດຫົວຮົບນິວເຄຼຍໄດ້ ເຊິ່ງມີປະສິດທິພາບໃນການສ້າງຄື້ນສຶນາມິກໍາມັນຕະພາບລັງສີ (Radioactive Tsunami).

ໃນລະຫວ່າງການທົດລອງດັ່ງກ່າວ ໂດຣນໂຈມຕີໃຕ້ນໍ້າຂອງ ສປປ ເກົາຫລີ ລົງໄປປະຕິບັດການໃນລະດັບຄວາມເລິກ 80-150 ແມັດເປັນເວລາ 59 ຊົ່ວໂມງ ແລະ ມີການທົດລອງໂຈມຕີໃນນ່ານນໍ້ານອກຝັ່ງຕາເວັນອອກໃນວັນທີ 23 ມີນາ.

ລາຍງານຈາກສໍານັກຂ່າວ KCNA ລະບຸວ່າ: ໂດຣນລຸ້ນໃໝ່ນີ້ມີຊື່ວ່າ: ແຮອິລ (Haeil) ຫລື ສຶນາມິ ໂດຍມີຈຸດປະສົງເພື່ອໃຊ້ໂຈມຕີນ່ານນໍ້າຂອງສັດຕູ ແລະ ເຂົ້າທໍາລາຍກຸ່ມກອງເຮືອຮົບ ຫລື ທ່າເຮືອປະຕິບັດການຫລັກ ໂດຍໂດຣນຈະປ່ອຍຄຶ້ນກໍາມັນຕະພາບລັງສີຂະໜາດໃຫຍ່ທີ່ເກີດຈາກການລະເບີດໃຕ້ນໍ້າ.

ອ້າງອີງ:

https://www.reuters.com/…/north-korea-says-it-tested…/

https://www.france24.com/…/20230323-north-korea-says-it…