ເຢຍລະມັນ ຜະລິດເບຍແບບຜົງ ຊົງແລ້ວດື່ມໄດ້ເລີຍ

ໂຮງເບຍ Klosterbrauerei Neuzelle ໃນປະເທດເຢຍລະມັນພັດທະນາເບຍໃນຮູບແບບຜົງ ເພື່ອຫລຸດການປ່ອຍແກັສຄາບອນດີອອກຊາຍ, ຫລຸຸດນໍ້າໜັກ ແລະ ຫລຸດຄວາມສິ້ນເປືອງເຊື້ອໄຟໃນການຂົນສົ່ງ ເພາະປົກກະຕິການຂົນສົ່ງສິນຄ້າຈໍາພວກນໍ້າ, ຂວດແກ້ວ, ເປັນແກັດ, ເປັນລັງ ທີ່ມີນໍ້າໜັກຂ້ອນຂ້າງໜັກພໍສົມຄວນ ຈຶ່ງເຮັດໃຫ້ສິ້ນເປືອງເຊື້ອໄຟໃນການຂົນສົ່ງ
.
ແຕ່ເມື່ອກາຍມາເປັນຮູບແບບຜົງ ມັນກໍຈະຊ່ວຍຫລຸດນໍ້າໜັກ ແລະ ຫລຸດການສິ້ນເປືອງເຊື້ອໄຟໃນການຂົນສົ່ງ
.
ແລ້ວລອງຄິດເບິ່ງວ່າ ຖ້າທົ່ວໂລກຫັນມາເຮັດແບບດຽວກັນ ຈະສາມາດຫລຸດພາວະໂລກຮ້ອນໄດ້ຫລາຍປານໃດ
.
ຂໍ້ມູນຈາກ https://metro.co.uk/…/german-brewery-develops-worlds…/

