ຄາລອສ ອັລຄາຣາສ ຄວ້າແຊ໊ມ ອິນດຽນ ເວລ ທວງຕຳແໜ່ງມື 1 ຂອງໂລກຄືນ

ຄາລອສ ອັລຄາຣາສ ນັກເທັນນິສດາວຮຸ່ງຈາກສະເປນ ເອົາຊະນະ ດານີອິລ ເມດເວເດຟ ຈາກຣັສເຊຍ ຄວ້າແຊ໊ມ ເທັນນິສ ອິນດຽນ ເວລ ມາສເຕີ 2023 ພ້ອມທວງຕຳແໜ່ງມື 1 ຂອງໂລກກັບມາອີກເທື່ອຫນຶ່ງ.
ການແຂ່ງຂັນເທນນິສ ອິນດຽນ ເວລ ມາສເຕີ 2023 ຫລື BNP Paribas Open ທີ່ລັດແຄລິຟຟໍເນຍ ປະເທດສະຫະລັດ ອາເມລິກາ ເມື່ອວັນທີ 19 ມີນາ 2023 ເປັນການແຂ່ງຂັນໃນປະເພດຊາຍດ່ຽວ ຮອບຊີງຊະນະເລີດ ໂດຍເປັນການພົບກັນຂອງ ຄາລອສ ອັລຄາຣາສ ມື 2 ຂອງໂລກຈາກສະເປນ ພົບກັບ ດານີອິລ ເມດເວເດຟ ມື 5 ຂອງໂລກຈາກຣັສເຊຍທີ່ລົງແຂ່ງຂັນໃນທຸງເປັນການ.
ຜົນປາກົດວ່າ ອັລຄາຣາສ ສ້າງຜົນງານດີເອົາຊະນະໄປ 2-0 ເຊັດ 6-3 ແລະ 6-2 ຄວ້າແຊ໊ມລາຍການນີ້ໄປຄອງ ພ້ອມສ້າງສະຖິຕິບໍ່ເສຍເຊັດເລີຍຕະຫລອດທັງລາຍການ.
ນອກຈາກນັ້ນ ຍັງສ່ົງຜົນໃຫ້ ອັລຄາຣາສ ແຊງ ໂນວັກ ຢໍໂຄວິດ ທີ່ຖອນຕົວອອກຈາກລາຍການນີ້ເນື່ອງຈາກເດີນທາງເຂົ້າປະເທດສະຫະລັດອາເມຣິກາບໍ່ໄດ້ຈາກການບໍ່ສີດວັກຊີນໂຄວິດ-19 ກັບໄປຍຶດຕຳແໜ່ງມື 1 ຂອງໂລກຄືນມາອີກເທື່ອຫນຶ່ງຈາກການມີ 7,420 ຄະແນນ ສ່ວນຢໍໂຄວິດ ມີ 7,160 ຄະແນນ.

