ປະກາດແຕ່ງຕັ້ງ ທ່ານ ອຸໄພວັນ ໄຊຍະວົງ ເປັນປະທານອົງການກວດສອບປະຈຳພາກກາງ 2
ວັນທີ 14 ມີນາ 2023 ຜ່ານມາ, ໄດ້ມີພິທີປະກາດການສ້າງຕັ້ງອົງການກວດສອບປະຈຳພາກກາງ 2 ໂດຍການເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ ແລະ ເປັນປະທານຮ່ວມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ.
ທ່ານ ລຳທອນ ບຸດຕະລາດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການສ້າງຕັ້ງອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ ສະບັບເລກທີ 314/ຄປຈ, ລົງວັນທີ 31 ທັນວາ 2021, ມະຕິຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງ ທ່ານ ອຸໄພວັນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ອາດສະພັງທອງ ແຂວງສະຫວັນນະເຂດ ເປັນປະທານອົງການກວດສອບປະຈໍາພາກກາງ 2 ສະບັບເລກທີ22/ຄປຈ, ລົງວັນທີ 02/02/2023, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ພູລັດຕະນະ ພົມມະຫາໄຊ ຮອງຫົວໜ້າຫ້ອງການອົງການກວດສອບແຫ່ງລັດ ເປັນຮອງປະທານອົງການກວດສອບປະຈຳພາກກາງ 2 ສະບັບເລກທີ 300/ອກສລ, ລົງວັນທີ 09/03/2023 ແລະ ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ພະແນກ ພາຍໃນອົງການກວດສອບແຫ່ງລັດຈໍານວນໜຶ່ງ, ເຊິ່ງອົງການກວດສອບປະຈຳພາກກາງ 2 ມີຂອບເຂດການ ເຄື່ອນໄຫວຊີ້ນຳໆພາວຽກງານ ໃນຄວາມຮັບຜິດຊອບຂອງຕົນໃນ 3 ແຂວງພາກກາງຄື: ບໍລິຄຳ ໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ.
ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນ ມີຄໍາເຫັນກ່ຽວກັບການຂະຫຍາຍກົງຈັກການຈັດຕັ້ງ, ການຂະຫຍາຍພາກ, ການຈັດວາງສັບຊ້ອນພະນັກງານຖືເປັນເລື່ອງປົກກະຕິຂອງກົງຈັກການບໍລິຫານວຽກງານຂອງພັກ-ລັດ, ກໍຄືອົງການກວດສອບແຫ່ງລັດ, ຍັງໄດ້ສະແດງຄວາມປີຕິຊົມຊື່ນເປັນຢ່າງຍິ່ງ ທີ່ອົງການກວດສອບໄດ້ຂະຫຍາຍຕົວອອກເປັນຫລາຍຂົງເຂດກວດສອບ ເຮັດໃຫ້ການຄຸ້ມຄອງງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດຂື້ນກວ່າເກົ່າ.

