ອິນເຕີ ຢືນຢັນສົ່ງ ລູກາກູ ກັບ ເຊວຊີ ລະດູການໜ້າ

ຈູເຊບເປ້ ມາຣັອກຕ້າ ຜູ້ບໍລິຫານຂອງ ອິນເຕີ ມິລານ ຢືນຢັນວ່າສະໂມສອນຈະບໍ່ເຊັນສັນຍາກັບ ໂລເມອູ ລູກາກູ ໃນລະດູຮ້ອນນີ້.

ກອງໜ້າທີມຊາດ ເບລຢ້ຽມ ຍ້າຍຈາກ ອິນເຕີ ມິລານ ມາຢູ່ ເຊວຊີ ໃນລະດູຮ້ອນປີ 2021 ດ້ວຍຄ່າຕົວ 98 ລ້ານປອນ, ແຕ່ວ່າຜົນງານບໍ່ດີ ແລະ ຍິງໄດ້ພຽງ 8 ປະຕູໃນພຣີເມຍລີກຈາກການລົງຫລິ້ນ 26 ນັດ, ລວມທັງບັນຫານອກສະໜາມທີ່ສົ່ງຜົນກະທົບຕໍ່ທີມໃນການໃຫ້ສຳພາດ ແລະ ຈິດໃຈຂອງແຟນບານ.

ກ່ອນທີ່ ລູກາກູ ຈະຍ້າຍກັບໄປ ອິນເຕີ ໃນລະດູການນີ້ໃນສັນຍາຢືມໂຕ ແຕ່ສ່ວນໃຫຍ່ຂອງເຂົາແມ່ນຢູ່ໃນຖານະໂຕສຳຮອງ ແລະ ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຕໍ່​ເນື່ອງ ເຊິ່ງບໍ່ແມ່ນຄົນດຽວກັນກັບລາວເມື່ອສອງປີກ່ອນທີ່ລາວນໍາພາທີມຄວ້າ ສະກູເດັດໂຕ້.