ແລກປ່ຽນບົດຮຽນ ກ່ຽວກັບການປະຕິຮູບລັດວິສາຫະກິດ ຢູ່ ສປປ ລາວ ແລະ ສາກົນ

ທ່ານ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ກອງປະຊຸມສໍາມະນາ “ການປະຕິຮູບລັດວິສາຫະກິດ: ສະພາບປັດຈຸບັນຂອງ ສປປ ລາວ ແລະ ບົດຮຽນຂອງສາກົນ” ວັນທີ 13 ມີນາ 2023 ຜ່ານມານີ້ວ່າ:  ໃນນາມທີ່ກະຊວງການເງິນເປັນຜູ້ຄຸ້ມຄອງລັດວິສາຫະກິດທາງດ້ານການເງິນຢ່າງລວມສູນ, ພວມສຸມໃສ່ວຽກການປະຕິຮູບລັດວິສາຫະກິດ ທີ່ນອນໃນແຜນປະຕິຮູບຂອງລັດຖະບານ ເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດ ການບິນລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ລັດວິສາຫະກິດໂຮງງານຜະລິດຢາເລກ 2 ແລະ ເລກ 3, ພ້ອມທັງໄດ້ ຮ່າງວິໄສທັດການພັດທະນາວິສາຫະກິດລັດລົງທຶນຮອດປີ 2040 ແລະ ຍຸດທະສາດຮອດປີ 2030. ຄວາມຄືບໜ້າໃນການປະຕິຮູບລັດວິສາຫະກິດ ແມ່ນໄດ້ສໍາເລັດການປະຕິຮູບລັດວິສາຫະກິດໄປແລ້ວຈໍານວນໜຶ່ງ ແລະ ອີກຈໍານວນໜຶ່ງແມ່ນພວມຢູ່ໃນແຜນປະຕິຮູບໃນປີ 2023.

ໃນໄລຍະຜ່ານມາ ສະພາບການເຄື່ອນໄຫວຂອງລັດວິສາຫະກິດຂອງ ສປປ ລາວ ແມ່ນຍັງບໍ່ມີຄວາມເຂັ້ມແຂງ, ເຊິ່ງມີຫຼາຍລັດວິສາຫະກິດຍັງຂາດທຶນຕໍ່ເນື່ອງ ແລະ ບາງລັດວິສາຫະກິດ ແມ່ນສ້າງໜີ້ສິນໂດຍບໍ່ຄຳນຶງເຖິງຄວາມສາມາດໃນການຊຳລະ ແລະ ກາຍເປັນພາລະແບກຫາບແກ່ລັດຖະບານ, ການຄຸ້ມຄອງພາກລັດຕໍ່ລັດວິສາຫະກິດ ແມ່ນຍັງບໍ່ທັນເປັນລະບົບຄົບຊຸດ, ຍັງຂາດນິຕິກໍາຄຸ້ມຄອງທີ່ຈໍາເປັນ, ການປະສານງານ ລະຫວ່າງ ກະຊວງທີ່ລັດວິສາຫະກິດຂຶ້ນກັບ ຍັງບໍ່ທັນກົມກຽວ, ຂາດການຕິດຕາມປະເມີນຜົນ ແລະ ການລາຍງານດ້ານການເງິນຢ່າງເປັນປົກກະຕິ, ຍັງບໍ່ທັນມີລະບຽບການປະເມີນຜົນການດໍາເນີນງານຂອງລັດວິສາຫະກິດ ລວມທັງການປະເມີນສະພາບໍລິຫານ-ຜູ້ອໍານວຍການ ແລະ ອື່ນໆ.

ສະນັ້ນ, ການຈັດສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂົ້າໃຈ ວຽກງານປະຕິຮູບລັດວິສາຫະກິດ, ບົດຮຽນທີ່ຖອດຖອນໄດ້ ກ່ຽວກັບການຄຸ້ມຄອງລັດວິສາຫະກິດໃນໄລຍະຜ່ານມາຂອງ ສປປ ລາວ ໃນອະນາຄົດ, ພ້ອມທັງແລກປ່ຽນບົດຮຽນ ການປະຕິຮູບລັດວິສາຫະກິດຂອງສາກົນ  ເພື່ອນໍາໃຊ້ເຂົ້າໃນການປະຕິຮູບລັດວິສາຫະກິດຂອງ ສປປ ລາວ ເພື່ອໃຫ້ການປະຕິຮູບລັດວິສາຫະກິດມີປະສິດທິພາບ ເຮັດໃຫ້ລັດວິສາຫະກິດມີຄວາມເຂັ້ມແຂງຮອບດ້ານ ສາມາດສ້າງຖານລາຍຮັບຂອງລັດຖະບານ ແບບຍືນຍົງ ແລະ ໝັ້ນຄົງ.