ນະຄອນຫລວງກຽມຕິດຕັ້ງຮາວເຫລັກກັ້ນຂອບທາງເຂດຕະຫລາດເຊົ້າຕາມແຜນຈັດສັນຄວາມເປັນລະບຽບ
ເມື່ອທ້າຍອາທິດຜ່ານມາ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ໄດ້ເຊີນພາກສ່ວນທີ່ກ່ຽວຂ້ອງຕ່າງໆ ແລະ ຊາວຄ້າຂາຍທີ່ຢູ່ໃກ້ບໍລິເວນຕະຫລາດເຊົ້າ, ເສັ້ນທາງຄູວຽງ, ເສັ້ນທາງໜອງບອນ ເພື່ອຮ່ວມປຶກສາຫາລື ແລະ ໃຫ້ການຮ່ວມມືໃນການຕິດຕັ້ງຮາວເຫລັກກັ້ນຂອບທາງຍ່າງຕາມສາຍທາງດັ່ງກ່າວ.
ທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ກ່ອນນີ້ການຕິດຕັ້ງຮາວດັ່ງກ່າວແມ່ນປະຊາຊົນ, ຊາວຄ້າຂາຍ ແລະ ຫ້າງຮ້ານຈໍານວນໜຶ່ງຢູ່ໃນບໍລິເວນດັ່ງກ່າວບໍ່ເຫັນດີປານໃດ, ເພາະພວກເຂົາຄິດວ່າອາດຈະສົ່ງຜົນກະທົບຕໍ່ການຄ້າຂາຍ ແລະ ດໍາເນີນທຸລະກິດຂອງເຂົາເຈົ້າ, ແຕ່ຜ່ານການລົງສໍາຫລວດຕົວຈິງຂອງພາກສ່ວນກ່ຽວຂ້ອງແລ້ວເຫັນວ່າບໍ່ມີຜົນກະທົບແຕ່ຢ່າງໃດ, ພ້ອມທັງສາມາດແກ້ໄຂສະພາບການສັນຈອນແອອັດ, ການຈອດລົດຊະຊາຍ, ການຂ້າມທາງຢ່າງບໍ່ມີລະບຽບ ແລະ ສ້າງຄວາມບໍ່ຈົບງາມຂອງຕົວເມືອງນໍາດ້ວຍ.
ທ່ານຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ຮາວເຫລັກທີ່ຈະຕິດຕັ້ງນີ້, ສູງປະມານ 120 ຊັງຕີແມັດ ແລະ ໄດ້ກໍານົດ 2 ຈຸດ ຄື: ແຕ່ 4 ແຍກໄຟແດງແພດສາດຫາ 4 ແຍກໄຟແດງວັດທາດຝຸ່ນ, ມີຄວາມຍາວ 500 ແມັດ, ໂດຍຈະຈົ່ງຫວ່າງໃຫ້ຄົນຍ່າງຂ້າມທາງປະມານ 4-5 ຈຸດ ແລະ ອີກຈຸດໜຶ່ງແມ່ນເບື້ອງຫ້ອງການໄປສະນີ, ແຕ່ໄຟແດງແພດສາດຫາໄຟແດງໄປສະນີ ແລະ ໜ້າຄອກລົດຕະຫລາດເຊົ້າມີຄວາມຍາວ 400 ແມັດ ແລະ ຄາດວ່າຈະເລີ່ມລົງມືຈັດຕັ້ງປະຕິບັດໃນໄວໆນີ້.

