ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນແຂວງ ອັດຕະປື ເອົາໃຈໃສ່ວຽກກໍ່ສ້າງພັກ-ພະນັກງານ

ໃນໂອກາດ ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງຢູ່ແຂວງອັດຕະປື ໃນວັນທີ 13 ມີນາ 2023 ນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ແຂວງອັດຕະປື ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານ ໂດຍສະເພາະແມ່ນ ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການ ນໍາພາການເມືອງ-ແນວຄິດ ໃຫ້ຫລາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນຳພາ, ພະນັກ ງານຫລັກແຫລ່ງແຕ່ລະຂັ້ນ ມີຄວາມຮູ້ດ້ານແນວທາງນະໂຍບາຍຂອງພັກ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ເພື່ອສ້າງຄວາມເປັນເອ ກະພາບສູງ ດ້ານແນວຄິດ ແລະ ການກະທຳ.
ພ້ອມທັງປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນຕິດພັນກັບການປັບປຸງພະນັກງານໃຫ້ມີຄວາມຊື່ສັດບໍລິສຸດ, ມີນ້ຳໃຈ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ແບບແຜນການດຳຊີວິດໃຫ້ສອດຄ່ອງ, ສ້າງຄວາມມີລະບຽບວິ ໄນ, ຈຸດໃດທີ່ຍັງອ່ອນ, ຄົງຄ້າງ ຕ້ອງໄປແກ້ຢ່າງເດັດດ່ຽວ; ສືບຕໍ່ສ້າງຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ ເປັນຕົ້ນ ຄະນະນຳຫລັກແຫລ່ງຕ້ອງຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ຕ້ອງເປັນຜູ້ທີ່ອົດທົນ, ດຸໝັ່ນຄົ້ນຄວ້າບັນດານິຕິກໍາຕ່າງໆ ໂດຍສະເພາະ ກໍາແໜ້ນນິຕິກໍາໃນວຽກງານກໍ່ສ້າງພັກ ເປັນຕົ້ນ ມະຕິ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜັນຂະຫຍາຍອອກເປັນນິຕິກໍາຂອງແຂວງ, ຂອງເມືອງ ຕາມຄວາມເໝາະສົມ; ຕ້ອງກໍາປະຫວັດຕົ້ນກໍາເນີດ, ປະຫວັດການເຄື່ອນໄຫວ, ສະພາບຈຸດພິເສດ ແລະ ຜົນງານຂອງພະນັກງານ-ລັດ ຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງແຂວງ, ຂອງເມືອງ ເປັນແຕ່ລະໄລຍະ; ເອົາໃຈໃສ່ປະຕິບັດລະ ບອບຊຸກຍູ້, ຕິດຕາມກວດກາການປະຕິບັດສິດ, ໜ້າທີ່ ຂອງຄະນະພັກ, ສະມາຊິກພັກ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ໄປຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍອື່ນໆ ແລະ ລະບຽບການກ່ຽວຂ້ອງ ໃຫ້ເປັນປົກກະຕິ ແລະ ໝັກແໜ້ນ.
อาจเป็นรูปภาพของ 1 คน และ กำลังยืน
ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ກໍໄດ້ໃຫ້ຮູ້ວ່າ: ໃນຕະຫລອດໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ແລະ ຖືເອົາວຽກງານຈັດຕັ້ງພະນັກງານເປັນວຽກໜຶ່ງທີ່ສໍາຄັນ ແລະ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ອັນທີ່ພົ້ນເດັ່ນ ແມ່ນການແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ ດ້ວຍການສຶກສາອົບຮົມກໍ່ສ້າງຊ່ວຍ ເຫລືອ ຫລື ດ້ວຍມາດຕະການຕ່າງໆທີ່ສອດຄ່ອງກັບລະບຽບການດ້ວຍຄວມຮັບຜິດຊອບສູງ.
อาจเป็นรูปภาพของ 1 คน และ กำลังยืน
ຂ່າວ-ພາບ: ໄພບູນ