ເສດຖະກິດອົດສະຕຣາລີແຂງແກ່ນຂຶ້ນ ຫລັງຊຸດໂຊມໃນໄລຍະຕົ້ນປີນີ້

ຂໍ້ມູນທາງການອົດສະຕຣາລີລະບຸວ່າ: ເສດຖະກິດອົດສະຕຣາລີຫລຸດພົ້ນຈາກສະພາບຊຸດໂຊມນັບແຕ່ຕົ້ນປີນີ້ ໂດຍເລີ່ມແຂງແຮງຂຶ້ນ ດ້ວຍແຮງໜຸນຈາກການໃຊ້ຈ່າຍຂອງພາກລັດ ແລະ ຜູ້ບໍລິໂພກ ເຮັດໃຫ້ຕົວເລກເສດຖະກິດຢູ່ໃນລະດັບເຕີບໃຫຍ່ເປັນປະຫວັດສາດ.
ສຳນັກງານສະຖິຕິແຫ່ງຊາດອົດສະຕຣາລີ ລາຍງານໃນວັນທີ 6 ກັນຍານີ້ວ່າ: ການເຕີບໃຫຍ່ທາງເສດຖະກິດໃນໄຕມາດສອງຂອງອົດສະຕຣາລີບັນລຸ 0,8% ພາຍຫລັງຢູ່ໃນລະດັບ 0,3% ໄລຍະໄຕມາດເດືອນມັງກອນ-ມີນາ ເຮັດໃຫ້ອັດຕາການຂະຫຍາຍຕົວຕໍ່ປີບັນລຸ 1,8%. ທ່ານ ສະກອດ ມໍຣິສັນ ລັດຖະມົນຕີການເງິນອົດສະຕຣາລີ ຖະແຫລງຕໍ່ສື່ມວນຊົນຢູ່ນະຄອນຫລວງແກນເບີຣາວ່າ: ຕົວເລກເສດຖະກິດໄຕມາດເດືອນມິຖຸນານີ້ເປັນໄປຢ່າງແຂງແຮງ ແລະ ເຕີບໃຫຍ່ຢ່າງສົມດູນ. ຕົວເລກເສດຖະກິດທີ່ຂະຫຍາຍຕົວຂອງອົດສະຕຣາລີມີຂຶ້ນພາຍຫລັງເສດຖະກິດອົດສະຕຣາລີຂຶ້ນອັນດັບເສດຖະກິດເຕີບໃຫຍ່ເປັນປະຫວັດສາດຂອງໂລກໃນຮອບ 26 ປີ ໂດຍບໍ່ມີສະພາບຫລຸດຖອຍ, ເຖິງວ່າການເຕີບໃຫຍ່ຈະຊ້າລົງເລັກໜ້ອຍໃນໄລຍະຕົ້ນປີນີ້ຈາກຜົນກະທົບຂອງໄຊໂຄຣນເດັບບີລະດັບ 4 ທາງຕາເວັນອອກຂອງອົດສະຕຣາລີ, ເງິນໂດລາອົດສະຕຣາລີອ່ອນຄ່າລົງເລັກໜ້ອຍມາຢູ່ຕໍ່າກວ່າ 80 ເຊນອາເມລິກາ ຫລັງເປີດເຜີຍລາຍງານເສດຖະກິດ ໂດຍນັກລົງທຶນຜິດຫວັງຕໍ່ຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ຫລ້າສຸດເຕີບໃຫຍ່ໜ້ອຍກວ່ານັກວິເຄາະຄາດຄະເນໄວ້.

