ເດືອນກຸມພາ ທົ່ວປະເທດມີຜູ້ເສຍຊີວິດ 85 ຄົນ ຈາກອຸບັດຕິເຫດ

ກົມຕໍາຫລວດຈະລາຈອນ ລາຍງານໃຫ້ຮູ້ວ່າ: ພຽງແຕ່ 28 ວັນ ໃນເດືອນກຸມພາ 2023, ທົ່ວປະເທດມີອຸບັດຕິເຫດທາງລົດເກີດຂຶ້ນທັງໝົດ 624 ກໍລະນີ ເສຍຊີວິດລວມ 85 ຄົນ, ຫລຸດລົງ 29 ຄົນ ແລະ ບາດເຈັບ 997 ຄົນ, ຫລຸດລົງ 363 ຄົນ.

ສ່ວນສາເຫດຫລັກໃນການເກີດອຸບັດຕິເຫດແມ່ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຄວາມໄວເກີນກຳນົດ, ສຳລັບເວລາທີ່ເກີດອຸປະຕິເຫດແມ່ນເວລາ 17:00-24:00 ແລະ ເກີດຫລາຍກ່ວາໝູ່ແມ່ນວັນສຸກ-ເສົາ. ໃນນັ້ນຢູ່ໃນໄວອາຍຸ 16-30 ປີ ມີເຖິງ 973 ກໍລະນີ, ຮອງລົງມາແມ່ນ 31-50 ປີ ມີ 384 ກໍລະນີ.