ຜູ້ນຳກຳປູເຈຍຂໍຢູ່ໃນອຳນາດ ຕໍ່ອີກ 10 ປີເພື່ອກຳຈັດພວກກະບົດ

ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ປະກາດຂໍຢູ່ໃນອຳນາດຕໍ່ອີກຢ່າງໜ້ອຍ 10 ປີ ເນື່ອງຈາກຍັງມີເລື່ອງຕ້ອງສະສາງກັບພວກກະບົດຫວັງທຳລາຍປະເທດ.
ຜູ້ນຳກຳປູເຈຍຄົນປັດຈຸບັນ ອາຍຸ 65 ປີ ເຊິ່ງກຸມອຳນາດມາຢ່າງຍາວນານເຖິງ 32 ປີ ກ່າວຕໍ່ໜ້າບັນດາແຮງງານຜະລິດເສື້ອຜ້າກວ່າ 10.000 ຄົນ ຢູ່ນະຄອນຫລວງພະນົມເປັນ ໃນວັນທີ 6 ກັນຍານີ້ວ່າ: ທ່ານຕັດສິນໃຈຈະຢູ່ໃນຕຳແໜ່ງນາຍົກລັດຖະມົນຕີຕໍ່ໄປອີກຢ່າງໜ້ອຍ 10 ປີ, ຫລັງພົບວ່າຍັງມີຊາວກຳປູເຈຍບາງສ່ວນຄິດເປັນກະບົດຂາຍຊາດ ຈຶ່ງອາດຕ້ອງມີການດຳເນີນການຈັບກຸມຜູ້ກະທຳຜິດເພີ່ມ. ນອກຈາກນີ້ ທ່ານຍັງຂໍໃຫ້ຕ່າງປະເທດຢ່າງອິດສາທີ່ທ່ານເປັນຜູ້ຄອງຕຳແໜ່ງນາຍົກລັດຖະມົນຕີຍາວນານທີ່ສຸດໃນໂລກ. ເຖິງຢ່າງໃດກໍດີ, ໃນຄວາມເປັນຈິງ ມີຜູ້ນຳເຖິງ 7 ທ່ານ ເຊິ່ງສ່ວນຫລາຍເປັນປະເທດຢູ່ເຂດອາຟຣິກາ ດຳລົງຕຳແໜ່ງຍາວນານກວ່ານາຍົກລັດຖະມົນຕີ ຮຸນເຊນ.
ນາຍົກລັດຖະມົນຕີ ຮຸນເຊນ ຖືກກ່າວຫາວ່າ: ເປັນຜູ້ຢູ່ເບື້ອງຫລັງການຈັບກຸມທ່ານ ເກິມ ສຸພາ ຜູ້ນຳພັກກູ້ຊາດກຳປູເຈຍ (CNRP) ເຊິ່ງເປັນພັກຝ່າຍຄ້ານສຳຄັນ ເພື່ອກຳຈັດຄູ່ແຂ່ງ ກ່ອນຈະມີການຈັດເລືອກຕັ້ງທົ່ວໄປໃນປີໜ້າ. ທ່ານ ເກິມ ສຸພາ ຖືກຕັ້ງຂໍ້ຫາວ່າເປັນພວກກະບົດສົມຮູ້ຮ່ວມຄິດກັບຕ່າງປະເທດໂຄ່ນລົ້ມລັດຖະບານ. ທັງນີ້ ພັກ CNRP ໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນໄລຍະຜ່ານມາ ຈາກກະແສຄວາມບໍ່ພໍໃຈໃນບັນຫາສໍ້ລາດບັງຫລວງ, ຄວາມບໍ່ເທົ່າທຽມ ແລະ ລະເມີດສິດທິມະນຸດພາຍໃນປະເທດ.

