ວັນທີ 11 ມີນາ 2023 ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ ສົ່ງສານຊົມເຊີຍເຖິງທ່ານ ຫລີສຽງ, ນາຍົກລັດຖະມົນຕີແຫ່ງ ສປຈີນ (ຜູ້ໃໝ່) ວ່າ:
ສະຫາຍ ນາຍົກລັດຖະມົນຕີ ທີ່ນັບຖື ແລະ ຮັກແພງ.
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍ ອັນອົບອຸ່ນມາຍັງສະຫາຍ.
ການທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງ ແລະ ສຳຄັນຍິ່ງໃນຄັ້ງນີ້ ແມ່ນສະແດງເຖິງຄວາມໄວ້ວາງໃຈ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ຄວາມຮູ້, ຄວາມສາມາດ ແລະ ຜົນງານອັນໂດດເດັ່ນຂອງສະຫາຍ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດສ້າງສາປະເທດຊາດ ເດີນຕາມທິດສັງຄົມນິຍົມ ຕາມສີສັນພິເສດຂອງຈີນຕະຫຼອດໄລຍະທີ່ຜ່ານມາ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ສປ ຈີນ ໂດຍມີສະຫາຍເປັນນາຍົກລັດຖະມົນຕີ ຈະສືບຕໍ່ນຳພາລັດຖະບານ ແລະ ປະຊາຊົນຈີນ ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການບັນລຸທຸກພາລະກິດ ຂອງພັກ-ລັດຢ່າງຮອບດ້ານ ແລະ ເຮັດໃຫ້ ສປ ຈີນ ນັບມື້ນັບມີບົດບາດພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ສົ່ງເສີມການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ທີ່ມີປະສິດທິຜົນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ລະຫວ່າງ ປະຊາຊົນສອງຊາດພວກເຮົາ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງສະຫາຍ.