ເທນ ຮາກ ໄຟຂຽວພ້ອມເທຂາຍ 2 ດາວຍິງສ່ວນເກີນ

ໄລຍະເວລາຂອງດາວເຕະໃນຕຳນານຢ່າງ ແຮຣີ ແມັກໄກວ ແລະ ອອງໂຕນີ ມາຊີຢາລ ກັບ ທາງ ແມນເຊສເຕີ ຢູໄນເຕັດ ພວມຖອຍຫລັງໃກ້ສິ້ນສຸດລົງທຸກຂະນະ ເມື່ອຫລ້າສຸດມີລາຍງານວ່າ ເອຣິກ ເທນ ຮາກ ເປີດໄຟຂຽວໃຫ້ທັງຄູ່ລ້ຽວອອກປະຕູ ໂອນ ແທຣ໊ຟຟອດ ແລ້ວ ເມື່ອຕະຫລາດລະດູການໜ້າເປີດຂຶ້ນ.
ເຖິງໃນໄລະນີ້ ແມນເຊສເຕີ ຢູໄນເຕັດ ຈະພວມຢູ່ໃນໄລຍະປ່ຽນຜ່ານເຈົ້າຂອງສະໂມສອນ ເມື່ອຄອບຄົວເກລເຊີພວມເຈລະຈາເພື່ອຫາຂໍ້ສະຫລຸບຂາຍສະໂມສອນໃຫ້ໄດ້ກຳໄລສູງສຸດ ແຕ່ຂັ້ນຕອນປ່ຽນຜ່ານນີ້ຈະບໍ່ກະທົບກັບແຜນງານບານເຕະ ທີ່ຈະຖືກດຳເນີນການຕໍ່ໄປຕາມປົກກະຕິພາຍໃຕ້ການເບິ່ງແຍງຂອງ ເທນ ຮາກ ແລະ ທີມງານເບື້້ອງຫລັງ.
ສະນັ້ນ ແມນເຊສເຕີ ຢູໄນເຕັດ ກໍບໍ່ອາດເບິ່ງຂ້າມກົດການເງິນ ໄຟແນນຊຽລ ແຟເພລ ໄປໄດ້ ພາຍຫລັງມີການຈ່າຍເງິນກ້ອນໂຕໄປແລ້ວໃນໄລຍະລະດູການກ່ອນທີ່ໄດ້ຕົວ ອັນໂຕນີ, ກາເຊມິໂຣ, ໄທເຣລ ມາລາເຊຍ ແລະ ລີຊານໂດຣ ມາຕີເນສ ເຂົ້າມາ ພ້ອມກັບທີ່ບໍ່ໄດ້ຂາຍໃຜຈົນຜັນເງິນເຂົ້າກະເປົາໄດ້ຫລາຍ.
ຫລ້າສຸດ ທອກສະປອດ ລະບຸວ່າ ເທນ ຮາກ ຕັດສິນໃຈແລ້ວໃນການປ່ອຍນັກເຕະບາງຄົນອອກໄປໃນຕະຫລາດລະດູການໜ້າ ເພື່ອໃຫ້ໄດ້ເງິນກ້ອນເຂົ້າມາສ້າງສົມດຸນການເງິນໄດ້ແດ່.
ແຮຣີ ແມັກໄກວ ກອງກາງຫົວໜ້າທີມເຈົ້າຂອງຄ່າຕົວ 80 ລ້ານປອນ ທີ່ຕົກເປັນສຳຮອງຖາວອນໃນລະດູການນີ້ ລວມເຖິງ ມາກຊິຢາລ ກອງໜ້າຈອມເຈັບ ທີ່ຈະຖືກຂາຍຖິ້ມ ແລະຍັງພ້ອມພິຈາລະນາຂໍ້ສະເໜີທີ່ອາດມີເຂົ້າມາເຖິງນັກເຕະຄົນອື່ນໆ ເຊັ່ນດຽວກັນ ຖ້າໄດ້ຕົວເລກທີ່ເຫມາະສົມ.

