ນາຍົກລັດຖະມົນຕີຍີ່ປຸ່ນໃຫ້ຄຳໝັ້ນຈະເຮັດວຽກໃຫ້ໜັກຂຶ້ນ ເພື່ອແກ້ໄຂບັນຫາຄວາມບໍ່ເທົ່າທຽມທາງເພດ

ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໃຫ້ຄໍາໝັ້ນວ່າຈະເຮັດວຽກໃຫ້ໜັກຂຶ້ນ ເພື່ອແກ້ໄຂບັນຫາຄວາມບໍ່ເທົ່າທຽມທາງເພດ ເຊິ່ງລວມທັງການຫລຸດຊ່ອງວ່າງຂອງລາຍໄດ້ລະຫວ່າງເພດຊາຍ ແລະ ເພດຍິງໃນສັງຄົມຍີ່ປຸ່ນ ເນື່ອງໃນວັນແມ່ຍິງສາກົນ (8 ມີນາ) ປະຈໍາປີ 2023.
ໂດຍຍີ່ປຸ່ນມີຊ່ອງວ່າງຂອງລາຍໄດ້ລະຫວ່າງເພດຊາຍ ແລະ ຍິງກວ້າງທີ່ສຸດໃນບັນດາກຸ່ມປະເທດ G7 ແລະ ຈາກຂໍ້ມູນສະຖິຕິໃນປີ 2020 ພົບວ່າ: ຜູ້ຍິງຊາວຍີ່ປຸ່ນມີລາຍໄດ້ປະມານ 75% ຂອງລາຍໄດ້ຜູ້ຊາຍ ເມື່ອເຮັດວຽກເຕັມເວລາເທົ່າກັນ.
ເຖິງວ່າລັດຖະບານຍີ່ປຸ່ນແຕ່ລະຊຸດແຕ່ລະສະໄໝຈະມີຄວາມພະຍາຍາມໃນການແກ້ໄຂບັນຫາຄວາມບໍ່ເທົ່າທຽມທາງເພດຢ່າງຕໍ່ເນື່ອງໃນໄລຍະຫລາຍປີຜ່ານມາ, ແຕ່ຍີ່ປຸ່ນຍັງຕິດອັນດັບ 116 ຈາກ 146 ປະເທດທົ່ວໂລກ ຈາກລາຍງານດ້ານຄວາມເທົ່າທຽມທາງເພດ ໂດຍ World Economic Forum ໃນປີ 2022 ຜ່ານມາ. ອີກທັງຍັງຕິດອັນດັບ 104 ຈາກ 190 ປະເທດໃນລາຍງານດ້ານໂອກາດທາງເສດຖະກິດຂອງຜູ້ຍິງ ໂດຍທະນາຄານໂລກ (World Bank) ໃນປີຜ່ານມາເຊັ່ນດຽວກັນ.
ທ່ານ ຄິຊິດະ ລະບຸວ່າ: ການແກ້ໄຂບັນຫາຄວາມບໍ່ເທົ່າທຽມທາງເພດຖືເປັນສິ່ງຈໍາເປັນໃນສັງຄົມຍີ່ປຸ່ນ, ທ່ານໃນຖານະຜູ້ນໍາລັດຖະບານຊຸດປັດຈຸບັນຈະເດີນໜ້າຫລຸດຊ່ອງວ່າງ ແລະ ຄວາມແຕກຕ່າງຂອງລາຍໄດ້ ລວມທັງເປີດພື້ນທີ່ໃຫ້ຜູ້ຍິງ ແລະ ຊຸກຍູ້ການແກ້ໄຂກົດໝາຍທີ່ສະໜັບສະໜູນຄວາມເປັນທໍາທາງເພດເພີ່ມຂຶ້ນ.
ໂດຍໃນປີ 2022 ຜ່ານມາ, ລັດຖະບານຍີ່ປຸ່ນພາຍໃຕ້ການນໍາຂອງທ່ານ ຄິຊິດະ ໄດ້ກໍານົດໃຫ້ບໍລິສັດ ຫລື ອົງກອນໃດທີ່ມີສະມາຊິກນັບແຕ່ 301 ຄົນຂຶ້ນໄປ ຈໍາເປັນຕ້ອງເປີດເຜີຍຄວາມແຕກຕ່າງຂອງລາຍໄດ້ລະຫວ່າງເພດຊາຍ ແລະ ເພດຍິງໃຫ້ຄົນຮັບຮູ້. ອີກທັງມີຄວາມພະຍາຍາມໃນການແກ້ໄຂກົດໝາຍອາຍາວ່າດ້ວຍການຂົ່ມຂືນ ແລະ ລ່ວງລະເມີດທາງເພດນໍາອີກ.
ສູນວິໄຈ Tokyo Shoko Research ເປີດເຜີຍວ່າ: ປັດຈຸບັນຍີ່ປຸ່ນມີຜູ້ຍິງທີ່ຢູ່ໃນຕໍາແໜ່ງຜູ້ບໍລິຫານລະດັບສູງໜ້ອຍກວ່າ 1% ຂອງບໍລິສັດທັງໝົດທີ່ຢູ່ໃນຕະຫລາດຫຸ້ນ Tokyo Stock Exchange ເຖິງວ່າອັດຕາຂອງຜູ້ນໍາຍິງໃນຕໍາແໜ່ງລະດັບຕໍ່າຈະເພີ່ມສູງຂຶ້ນໃນໄລຍະບໍ່ເທົ່າໃດປີຜ່ານມາກໍຕາມ.
ຂະນະທີ່ສະມາຊິກສະພານິຕິບັນຍັດ 465 ຄົນ ມີສະມາຊິກທີ່ເປັນຜູ້ຍິງພຽງ 45 ຄົນ ມີປະມານ 10% ຂອງສະມາຊິກທັງໝົດເທົ່ານັ້ນ. ຂະນະທີ່ມີສະມາຊິກສະພາສູງເປັນຜູ້ຍິງ 64 ຄົນ ຈາກ 248 ຄົນ ຫລື ປະມານ 1 ໃນ 4 ຂອງສະມາຊິກທັງໝົດ ໂດຍຫລາຍຝ່າຍຄາດຫວັງວ່າອັດຕາສະມາຊິກລະຫວ່າງເພດຊາຍ ແລະ ເພດຍິງເຫລົ່ານີ້ຈະເພີ່ມຂຶ້ນມາໃກ້ຄຽງກັນຫລາຍຂຶ້ນໃນອະນາຄົດ.
ອ້າງອີງ:
https://www.aljazeera.com/…/japans-kishida-pledges-to…

