ຜູ້ຊາຍເປັນມະເຮັງປອດງ່າຍກ່ວາແມ່ຍິງ

ດັ່ງທີ່ຮູ້ກັນດີວ່າພະຍາດມະເຮັງສາມາດເກີດໄດ້ກັບຄົນທຸກເພດທຸກໄວ ຕັ້ງແຕ່ເດັກນ້ອຍເກີດໃໝ່ໄປຈົນເຖິງຜູ້ເຖົ້າ ໃນບົດຄວາມນີ້ຈະກ່າວເຖິງພະຍາດມະເຮັງປອດທີ່ເປັນພະຍາດມະເຮັງອັນດັບຕົ້ນໆທີ່ພົບໄດ້ຫລາຍໃນທ່ານຊາຍ ເຊິ່ງອາດຈະເກີດຈາກພຶດຕິກຳຕ່າງໆທີ່ບັ່ນທອນທຳຮ້າຍສຸຂະພາບ ທັງແບບຮູ້ຕົວ ແລະ ແບບບໍ່ຮູ້ຕົວ ເຊັ່ນ: ການສູບຢາ, ດື່ມອານກໍຮໍ ເປັນຕົ້ນ.

ມະເຮັງປອດ ເປັນບັນຫາສຳຄັນທາງສາທາລະນະສຸກ ແລະ ເປັນໜຶ່ງໃນພະຍາດທີ່ຂ້າຊີວິດຄົນຫລາຍໃນທຸກປີ ສາເຫດຕົ້ນຕໍທີ່ກ່ຽວຂ້ອງແມ່ນມາຈາກການສູບຢາ ເຊິ່ງຖືເປັນສາເຫດຕົ້ນຕໍຂອງມະເຮັງຊະນິດນີ້ ເຖິງ 85% ຂອງສາເຫດການເກີດທັງໝົດ ສ່ວນຫລາຍເກີດໃນຄົນປ່ວຍອາຍຸຫລາຍ ແລະ ອັດຕາການເກີດພະຍາດມະເຮັງປອດຈະເພີ່ມຂຶ້ນຢ່າງວ່ອງໄວຕາມອາຍຸທີ່ຫລາຍຂຶ້ນ ໂດຍທົ່ວໄປມະເຮັງປອດຈະໄດ້ຮັບການບົ່ງມະຕິໃນຜູ້ທີ່ມີອາຍຸລະຫ່ວາງ 70 – 74 ປີ, ອາການຂອງພະຍາດມະເຮັງປອດສ່ວນຫລາຍຈະບໍ່ຄ່ອຍສະແດງອາການໃນໄລຍະທຳອິດ, ແຕ່ຈະມີສັນຍານທີ່ບົ່ງບອກເຖິງການເກີດພະຍາດ ເມື່ອມີການຈະເລີນເຕີບໃຫຍ່ຂອງມະເຮັງຫລາຍຂຶ້ນ ທີ່ພົບໄດ້ຫລາຍແມ່ນ ໄອຊຳ້ເຮື້ອ, ອາດໄອມີເລືອດປົນຂີ້ກະເທີ່ ຫລື ໄອອອກເປັນເລືອດສົດ, ຫາຍໃຈມີສຽງດັງຫືດໆ, ເຈັບໜ້າເອິກຊຳ້ເຮື້ອ ໂດຍບໍ່ຮູ້ສາເຫດ.

ການປິ່ນປົວພະຍາດມະເຮັງປອດ ເມື່ອໄດ້ຮັບຜົນການກວດບົ່ງມະຕິທີ່ແນ່ນອນແລ້ວວ່າເປັນພະຍາດມະເຮັງປອດ ທ່ານໜໍຈຶ່ງສາມາດລະບຸວິທີທີ່ໃຊ້ໃນການປິ່ນປົວໄດ້ ເຊິ່ງການປິ່ນປົວມະເຮັງທົ່ວໄປ ໄດ້ແກ່ : ການຜ່າຕັດ, ການສາຍແສງ ແລະ ການໃຊ້ຢາເຄມີບຳບັດ. ການປິ່ນປົວວິທີໃດນັ້ນແມ່ນຈະເລືອກຄວາມເໝາະສົມກັບຊະນິດຂອງມະເຮັງປອດ ແລະ ໄລຍະຂອງພະຍາດຮ່ວມນຳ.