ການກັ້ນອາຈົມເປັນປະຈຳມີຜົນເສຍແນວໃດແດ່?

     ສຳລັບບາງທ່ານໃນການດຳລົງຊີວິດປະຈຳວັນ ອາດເຮັດໃຫ້ບໍ່ສາມາດເຂົ້າຫ້ອງນຳ້ໄດ້ທັນທີ ເມື່ອມີອາການປວດຖ່າຍໜັກ ຈຶ່ງຈຳເປັນຕ້ອງກັ້ນອາຈົມໄວ້ກ່ອນ ເມື່ອມີພຶດຕິກຳແບບນີ້ຢູ່ເປັນປະຈຳ ກໍອາດເກີດຜົນຮ້າຍຕໍ່ຮ່າງກາຍໄດ້ ເຊິ່ງຈະສົ່ງຜົນແນວໃດແດ່ນັ້ນ ມາເບິ່ງໄປພ້ອມກັນເລີຍ.

  • ຂັບຖ່າຍຍາກ : ການກັ້ນອາຈົມດົນຈະເຮັດໃຫ້ອາຈົມຫົດຕົວກັບເຂົ້າໄປຄ້າງຢູ່ໃນລຳໄສ້ໃຫຍ່ ຈົນເຮັດໃຫ້ເທື່ອຕໍ່ໄປຂັບຖ່າຍລຳບາກ ເພາະມີຂອງເສຍຈຳນວນຫລາຍທີ່ຕ້ອງການລະບາຍອອກ ແລະ ຖືກອັດແໜ້ນຈົນແຂງ ຈຶ່ງເປັນສາເຫດທີ່ເຮັດໃຫ້ເກີດອາການຖ່າຍຍາກໄດ້.
  • ຂັບຖ່າຍບໍ່ເປັນເວລາ : ການທີ່ທ່ານກັ້ນອາຈົມເປັນປະຈຳ ຈະເຮັດໃຫ້ເວລາທີ່ຢາກຂັບຖ່າຍແທ້ໆຕ້ອງເລື່ອນອອກໄປ ເຊິ່ງຫາກເຮັດນິໄສກັ້ນອາຈົມເປັນປະຈຳ ຮ່າງກາຍອາດຮຽນຮູ້ວ່າເຮົາບໍ່ຢາກຂັບຖ່າຍ ເຮັດໃຫ້ລະບົບຂັບຖ່າຍປັ່ນປ່ວນ ແລະ ເຮັດໃຫ້ຂັບຖ່າຍບໍ່ເປັນເວລາໄດ້.
  • ສະສົມຂອງເສຍໃນຮ່າງກາຍ : ຫາກກັ້ນອາຈົມໄວ້ ບໍ່ຍອມຂັບຖ່າຍອອກ ຮ່າງກາຍຈະດຶງເອົານຳ້ໃນອາຈົມກັບມາໃຊ້ງານຊຳ້ອີກ ເປີດໂອກາດໃຫ້ສານພິດຕົກຄ້າງຢູ່ໃນຮ່າງກາຍໄດ້ງ່າຍໂດຍຄິດບໍ່ເຖິງ.
  • ເປັນລິດສີດວງທະວານ : ການກັ້ນອາຈົມຈະເຮັດໃຫ້ລະບົບຂັບຖ່າຍປັ່ນປ່ວນ, ເຮັດວຽກຜິດປົກກະຕິ, ອາຈົມແຂງ ຍ້ອນເຫລືອນຳ້ໜ້ອຍ ເຊິ່ງອາດເປັນສາເຫດເຮັດໃຫ້ສ່ຽງເປັນລິດສີດວງທະວານໄດ້ງ່າຍທີ່ສຸດ.