ວະລາໂຮວິດ ສະເໜ່ແຮງ ທີມດັງພຣີເມຍລີກ ພ້ອມລ່າລາຍເຊັນມູນຄ່າ 75 ລ້ານຢູໂຣ

“ ຕຸດໂຕຢູເວ” ລາຍງານວ່າ ນິວຄາສເຊິລ ຢູໄນເຕັດ ທີມດັງຈາກພຣີເມຍລີກ ອັງກິດ ກຽມທຸ່ມງົບມະຫາສານ ເພື່ອລ່າຕົວ ດູຊານ ວະລາໂຮວິດ ກອງໜ້າຂອງ ຢູເວນຕຸສ ມາເສີມທີມ.
ນິວຄາສເຊິລ ຢູໄນເຕັດ ຢູ່ໃນເສັ້ນທາງການລຸ້ນໂຄຕ້າໄປຫລິ້ນຢູຟາ ແຊ໊ມປຽນລີກ ຫລັງສ້າງຜົນງານໄດ້ດີໃນການພຣີເມຍ ລີກ ລະດູການນີ້ ແນວໃດກໍຕາມ ພວກເຂົາຍັງຄົງມີບັນຫາເລື່ອງການຍິງປະຕູໃນແດນໜ້າ ເພາະວ່າເກືອບຈະບໍ່ເສຍໃຫ້ໃຜເລີຍ ແຕ່ກໍເປັນເກມສະເຫມີອ່າວຫລາຍ ເຮັດໃຫ້ຫລ້າສຸດມີການເປີດເຜີຍວ່າ ທີມນິວຄາສເຊິລ ພວມເບິ່ງໄປທີ່ ດູຊານ ວະລາໂຮວິດ ດາວຍິງຂອງຢູເວນຕຸສ.
ໂດຍຫລ້າສຸດມີການເປີດເຜີຍວ່າພວກເຂົາກຽມແຜນທີ່ຈະຍື່ນຂໍ້ສະເໜີ 75 ລ້ານຢູໂຣ ເພື່ອຄວ້າກອງໜ້າທີມຊາດເຊີເບຍລາຍນີ້.
ແນວໃດກໍຕາມ ຢູເວນຕຸສ ຕ້ອງການຈະຂາຍໃນລາຄາເກີນ 90 ລ້ານຢູໂຣ ເຊິ່ງເປັນຈຳນວນເງິນທີ່ພວກເຂົາຈ່າຍໃຫ້ກັບຟີອໍເຣນຕີນາ ຕອນທີ່ຄວ້າດາວຍິງລາຍນີ້ຮ່ວມທີມ ແຕ່ກໍມີຄວາມເປັນໄປໄດ້ທີ່ພວກເຂົາອາດຕ້ອງຈຳໃຈຂາຍວະລາໂຮວິດ ຫາກທີມຫມົດສິດໄປຫລິ້ນໃນແຊ໊ມປຽນ ລີກ.

