ຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ສ່ວນລວມເປັນທີ່ຕັ້ງ ສ້າງເງື່ອນໄຂໃຫ້ປະຊາຊົນສາມາດຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້

ວັນທີ 6 ມີນາ ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ພົບປະໂອ້ລົມບັນດາພະນັກງານຫລັກແຫລ່ງພາຍໃນແຂວງ ທີ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງ ມີຄະນະນຳ ແລະ ພະນັກງານຈາກພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ, ກໍາລັງ ປກຊ-ປກສ,14 ເມືອງ, 1 ນະຄອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວຍ້ອງຍໍຊົມເຊີຍບັນດາຜົນງານຕ່າງໆທີ່ພະນັກງານຫລັກແຫລ່ງພາຍໃນແຂວງ ປະຕິບັດໄດ້ໃນໄລຍະຜ່ານມາ ສາມາດຕີລາຄາສູງຕໍ່ຄວາມພະຍາຍາມ, ຄວາມສູ້ຊົນຂອງພະນັກງານຫລັກແຫລ່ງທີ່ໄດ້ມີຄວາມບຸກບືນ, ສູ້ຊົນພ້ອມກັນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກງານຂອງຂະແໜງການຕົນທີ່ຮັບຜິດຊອບ ເຖິງແມ່ນວ່າສະພາບເສດຖະກິດ-ການເງິນພາຍໃນປະເທດ ມີຄວາມຫຍຸ້ງຍາກ ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍຕາມ ແຂວງພວກເຮົາ ກໍຍັງຮັກສາໄດ້ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດໄປຕາມກອບທີ່ກຳນົດໄວ້ໃນແຜນການ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການສືບຕໍ່ປັບປຸງໃຫ້ດີຂຶ້ນເປັນກ້າວໆ, ລາຍຮັບງົບປະມານມີທ່າອ່ຽງເພີ່ມຂຶ້ນ, ການຜະລິດເປັນສິນຄ້າ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດກໍເພີ່ມຂຶ້ນກວ່າປີຜ່ານມາ.
ຄຽງຄູ່ໄປກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ, ພວກເຮົາກໍຍັງມີຫລາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຕື່ມອີກເປັນຕົ້ນແມ່ນການປ່ຽນແປງໂສມໜ້າໃໝ່ ທີ່ມີລັກສະນະບຸກທະລຸ ຢູ່ຊົນນະບົດເຂດພູດອຍຊົນເຜົ່າຍັງປ່ຽນແປງຊ້າຫລາຍ, ການດໍາລົງຊີວິດແບບເກົ່າຄອງເດີມທີ່ຫລ້າຫລັງ ຍັງຕິດພັນກັບປະຊາຊົນຢູ່ບໍ່ໜ້ອຍ, ປະຊາຊົນຈໍານວນຫລາຍພໍສົມຄວນຍັງບໍ່ມີໂອກາດເຂົ້າເຖິງແຫລ່ງທຶນ, ສະຕິຕື່ນຕົວເປັນເຈົ້າການຂອງປະຊາຊົນຈໍານວນໜຶ່ງ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຍັງບໍ່ທັນສູງ, ການຈັດສັນອາຊີບແຕ່ລະພູມລໍາເນົາຍັງມີບາງສ່ວນຕ້ອງໄດ້ປັບປຸງ ຕິດພັນກັບການແກ້ໄຂບັນຫາລັກລອບຊັບພະຍາກອນປ່າໄມ້, ປ້ອງກັນສະພາບແວດລ້ອມຍັງແກ້ໄຂບໍ່ທັນຕົກ, ມີຄວາມພະຍາຍາມສ້າງຖານລາຍຮັບ ແຕ່ຍັງເຫັນວ່າບໍ່ທັນໄດ້ກວ້າງຂວາງໜັກແໜ້ນ, ການຈັດເກັບລາຍຮັບຍັງມີຊ່ອງຫວ່າງ, ເກີດໜີ້ສິນຄຸມເຄືອ, ການຄຸ້ມຄອງການນໍາໃຊ້ລະບົບບັນຊີ ຂອງຫົວໜ່ວຍທຸລະກິດພາຍໃນແຂວງ ຍັງບໍ່ທັນໄດ້ປະຕິບັດຢ່າງຈິງຈັງ ແລະ ໃນຕໍ່ໜ້ານີ້ ສະພາບການຕ່າງໆ ຍັງຈະສືບຕໍ່ຜັນແປໄປຢ່າງສັບສົນສະນັ້ນພວກເຮົາຕ້ອງສ້າງການຫັນປ່ຽນທີ່ແຂງແຮງ, ອັນສຳຄັນທີ່ສຸດຄືຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງມານະຈິດປະຕິວັດ, ຄວາມເສຍສະຫລະ ແລະ ຄວາມເປັນແບບຢ່າງນຳໜ້າ ໃນການຊີ້ນຳແກ້ໄຂບັນຫາ, ເຮັດແທ້ທຳຈິງ, ປັບປຸງແບບແຜນວິທີການເຮັດວຽກທີ່ເປັນລະບົບ ແລະ ຕໍ່ເນື່ອງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຫຍໍ້ທໍ້ພາຍໃນກົງຈັກ, ເອົາໃຈໃສ່ວຽກງານການປຸກລະດົມຂະບວນການໃຫ້ແຂງແຮງ, ຕໍ່ເນື່ອງ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ສ່ວນລວມເປັນທີ່ຕັ້ງ, ສ້າງເງື່ອນໄຂໃຫ້ປະຊາຊົນສາມາດຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ.
อาจเป็นรูปภาพของ 6 คน, ผู้คนกำลังยืน และ สถานที่ในร่ม
ຂ່າວ-ພາບ: ສະຫວັນນະເຂດ