ຫວຽດນາມ ປະກາດໃຊ້ຍຸດທະສາດ ການຕະຫລາດການທ່ອງທ່ຽວ ຮອດປີ 2030

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ເຊັນອະນຸມັດຂໍ້ຕົກລົງປະກາດໃຊ້ຍຸດທະສາດ ການຕະຫລາດການທ່ອງທ່ຽວ ຫວຽດນາມ ຮອດປີ 2030. ຍຸດທະສາດເພື່ອແນໃສ່ໂຄສະນາ, ກຳນົດຫວຽດນາມ ແມ່ນສະຖານທີ່ນັດພົບການທ່ອງທ່ຽວທີ່ດຶງດູດແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ການທ່ອງທ່ຽວ ຫວຽດນາມ ຈະຢັ້ງຢືນເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ ແມ່ນສະຖານທີ່ນັດພົບທີ່ດຶງດູດໃຈ, ມີຄຸນນະພາບ, ຍືນຍົງ, ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວທີ່ຕ້ອງການຄຸນນະພາບສູງ, ອາໄສຍາວນານ. ຂະແໜງການທ່ອງທ່ຽວ ຕ້ອງມຸ່ງໄປເຖິງການເພີ່ມຈຳນວນຜູ້ເຂົ້າຮ່ວມເວັບໄຊ, ບັນດາສື່ສັງຄົມອອນລາຍ ຂອງກົມໃຫຍ່ການທ່ອງທ່ຽວ, ເພີ່ມຂອບເຂດສຳຜັດ, ຕອບສະໜອງບັນດາການເຄື່ອນໄຫວ ການຕະຫລາດ ດີຈີຕອນ. ຍຸດທະສາດໄດ້ວາງໜ້າທີ່ອອກ, ວິທີການແກ້ໄຂຈຸດສຸມ, ໃນນັ້ນເປັນໜ້າສົນໃຈແມ່ນການປ່ຽນແປງໃໝ່, ຫັນບັນດາຮູບແບບການຕະຫລາດ ການທ່ອງທ່ຽວເປັນຫລາຍຮູບແບບ, ຊຸກຍູ້ການນຳໃຊ້ເຕັກໂນໂລຊີດີຈີຕອນ.
ຍຸດທະສາດໄດ້ວາງເປົ້າໝາຍອອກ ຮອດປີ 2025 ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 130 ລ້ານເທື່ອຄົນ, ຮັກສາຄວາມໄວໃນການເຕີບໂຕນັກທ່ອງທ່ຽວພາຍໃນປະເທດແຕ່ 8 – 9% ຕໍ່ປີ.