ຮອງນາຍົກ ປະດັບຫລຽນໄຊພິລະອາດຫານຊັ້ນ I ໃຫ້ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບລິຄໍາໄຊ

ພິທີປະດັບຫລຽນໄຊພິລະອາດຫານຊັ້ນ I ໃຫ້ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລະຄຳໄຊ ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການປະດັບຫລຽນໄຊ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ຕາມການປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ 5043/ກປທ ລົງວັນທີ 14 ຕຸລາ 2022 ວ່າດ້ວຍການມອບຫລຽນໄຊພິລະອາດຫານຊັ້ນ ໃຫ້ບຸກຄົນທີ່ມີຜົນງານນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ ແຂວງ ບໍລິຄຳໄຊ ຕະຫລອດໄລຍະ 10 ປິຜ່ານມາ (2012-2022) ແລະ ອີງໃສ່ດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ໜັງສືສະເໜີກົມໃຫຍ່ການເມືອງກອງທັບ ລັດຖະມົນຕີກະຊວງ ປ້ອງກັນປະເທດເຫັນດີຕົກລົງປະດັບຫລຽນໄຊະພິລະອາດຫານຊັ້ນ I ໃຫ້ແກ່ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນນຳພາ-ຊີ້ນຳວຽກງານຕະຫລອດໄລຍະ 10 ຜ່ານມາ, ເຊິ່ງສາມາດເຮັດໃຫ້ທົ່ວແຂວງ ມີຄວາມສະຫງົບໂດຍພື້ນຖານ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຕີບໃຫຍ່ເຂັ້ມແຂງເສດຖະກິດສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ.

ໂອກາດນີ້,  ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍຜົນງານການນໍາພາ-ຊີ້ນຳຂອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ ທີ່ຍາດມາໄດ້ໄລຍະ 10 ປີຜ່ານມາ. ນອກນີ້, ຍັງຍົກໃຫ້ເຫັນສະພາບສາກົນ ແລະ ພາກພື້ນ, ພ້ອມທັງໄດ້ເນັ້ນໃຫ້ປະທານ, ຄະນະປະທານ, ຄະນະພັກ, ຄະນະບັນຊາ ທຸກຂັ້ນຈົ່ງໄດ້ສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີບົດບາດການນຳພາຂອງພັກ, ຍົກສູງຄວາມຮັບຜິດຊອບບົດບາດການນຳພາ, ຜັນຂະຫຍາຍແຜນງານ, ໂຄງການກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບວາງອອກຢູ່ທ້ອງຖິ່ນຮາກຖານ ເຮັດໃຫ້ແຂວງບໍລິຄຳໄຊມີຄວາມສະຫົງບ.