ໄບຣຕັນ ຈັບ ໄຄເຊໂດ້ ຕໍ່ສັນຍາໃຫມ່ເຖິງ 2027 ຢ່າງເປັນທາງການ

ມອຍເຊສ ໄຄເຊໂດ້ ກອງກາງໄບຣຕັນ ປະກາດຕໍ່ສັນຍາຫມ່ກັບສະໂມສອນຮຽບຮ້ອຍແລ້ວ ດ້ວຍສັນຍາຍາວເຖິງກາງປີ 2027 ແລະ ເປັນການຢຸດຂ່າວການຕ້ອງການຍ້າຍອອກຈາກທີມຂອງລາວໃນໄລຍະໃນໜ້າຮອນນີ້.

ກອງກາງທີມຊາດເອກວາດໍ ອາຍຸ 21 ປີ ຕົກເປັນຂ່າວຢ່າງໜັກໃນຕະຫລາດການຊື້ຂາຍເດືອນມັງກອນທີ່ຜ່ານມາ ຫລັງຈາກລາວປະກາດຂໍຍ້າຍທີມຢ່າງເປັນທາງການຕໍ່ສະໂມສອນໄບຣຕັນ ໂດຍ ອາເຊນອລ ຄືທີມທີ່ໃຫ້ຄວາມສົນໃຈໃນຕົວລາວ ແຕ່ບໍ່ສາມາດບັນລຸຂໍ້ຕົກລົງຮ່ວມກັບໄບຣຕັນໄດ້ທັນເວລາການຊື້ຂາຍ ກັບຂໍ້ສະເໜີທີ່ໄບຣຕັນຮຽກຮ້ອງຫລາຍເຖິງ 75 ລ້ານປອນ.

“ ມັນເປັນຂ່າວທີ່ສຸດຍອດຫລາຍສຳລັບສະໂມສອນ, ແຟນບານ ແລະ ສຳລັບຕົວຂ້ອຍ ທີ່ສຳຄັນຄືສຳລັບຕົວນັກເຕະນຳ ມັນເຮັດໃຫ້ເຮົາເກ່ັງຂຶ້ນ ແລະ ກ້າວໄປຕໍ່ໄປຂ້າງໜ້າຕາມໄປຫມາຍໃນສະໜາມທີ່ເຮົາຕ້ອງການ ” ໂຣແບໂຕ ເດິ ແຊບີ້ ຜູ້ຈັດການທີມໄບຣຕັນ ກ່າວ.

ສຳລັບໃນສັນຍາຂອງນັກເຕະມີການເພີ່ມຕົວເລືອກທີ່ສະໂມສອນສາມາດຂະຫຍາຍເພີ່ມໄດ້ອີກ 1 ປີນຳອີກ.