ເທນນິສ ສະຫະລັດອາເມຣິກາ ເຊຍ ໂນວັກ ຢູໂຄວິດ ເດີນທາງເຂົ້າປະເທດມາແຂ່ງຂັນໄດ້

ສະມາຄົມເທນນິສ ສະຫະລັດ ອາເມຣິກາ ແລະ ຝ່າຍຈັດການແຂ່ງຂັນຢູເອສ ໂອເພັນ ເຜີຍຍັງຫວັງໃຫ້ ໂນວັກ ຢໍໂຄວິດ ຜ່ານການຮ້ອງຮຽນເພື່ອໃຫ້ມາແຂ່ງຂັນໃນສະຫະລັດ ອາເມລິກາໄດ້.

ສະມາຄົມເທນນິສ ສະຫະລັດ ອາເມຣິກາ (USTA) ແລະຝ່າຍຈັດການແຂ່ງຂັນເທນນິສຢູເອສ ໂອເພັນ ເຜີຍຍັງຫວັງໃຫ້ ໂນວັກ ຢໍໂຄວິດ ນັກເທນນິສ ມື 1 ຂອງໂລກຈາກເຊີເບຍ ຜ່ານການຮ້ອງຮຽນເພື່ອໃຫ້ມາແຂ່ງໃນສະຫະລັດ ອາເມຣິກາໄດ້ ເຖິງວ່າຕອນນີ້ຈະຍັງມີປະເດັນຄາໃຈກັນຢູ່ກໍຕາມ.

ສຳລັບ ຢໍໂຄວິດ ບໍ່ເປີດເຜີຍສະຖານະການສີດວັກຊີນ ໂຄວິດ-19 ອັນເປັນການຂັດຕໍ່ນະໂຍບາຍຂອງທາງການສະຫະລັດ ອາເມຣິກາ ເຊິ່ງຍັງມີຄຳສັ່ງຫ້າມຜູ້ບໍ່ໄດ້ສີດວັກຊີນເຂົ້າປະເທດ ຈົນເຖິງກາງເດືອນເມສານີ້ເປັນຢ່າງຫນ້ອຍ ເທົ່າກັບວ່ານັກເທນນິສລາຍນີ້ຈະພາດລາຍການ ບີເອັນພີ ພາຣີບາສ ໂອເພັນ ແລະ ໄມອາມີ ໂອເພັນ ໃນເດືອນມີນານີ້.

ແນວໃດກໍຕາມ ຕອນນີ້ ຢໍໂຄວິດ ພວມດຳເນີນການຍື່ນຄຳຮ້ອງຂໍເດີນທາງເຂົ້າສະຫະລັດ ອາເມຣິກາ ເປັນກໍລະນີພິເສດ ເພື່ອຈະໄດ້ຮ່ວມແຂ່ງຂັນທັງ 2 ລາຍການດັ່ງກ່າວ ເຊິ່ງຫລ້າສຸດທັງຢູເອສທີເອ ແລະ ຢູເອສ ໂອເພັນ ຕ່າງຮ່ວມສະແດງການສະໜັບສະໜູນ ຢໍໂຄວິດ.

ທະວິດເຕີ ຂອງ ຢູເອສ ໂອເພັນ ລະບຸວ່າ : “ ຢໍໂຄວິດ ຈະປະສົບຄວາມສຳເລັດໃນການຍື່ນຄຳຮ້ອງ ເຊິ່ງນັ້ນຈະເຮັດໃຫ້ແຟນເທນນິສ ໄດ້ເບິ່ງລາວໃນອິນດຽນ ເວລ ແລະ ໄມອາມີ ”.