
ໜອງຟ້າເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີສະເໜ່ທີ່ສຸດ ໃນປະເທດລາວ, ເປັນໜອງນ້ຳໃຫຍ່ ຕັ້ງຢູ່ເທິງພູສູງ, ມີນ້ຳໃນໜອງເປັນສີ “ມໍລະກົດ” ໃສສະອາດ ຄ້າຍຄືນ້ຳທະເລ ມີຄວາມງົດງາມ ແລະ ມະຫັດສະຈັນທີ່ສຸດ. ໜອງຟ້າຖືກຄົ້ນພົບຄັ້ງທຳອິດໃນປີ 1930 ໂດຍນັກທໍລະນີສາດຊາວຝຣັ່ງ. ໜອງຟ້າຕັ້ງຢູ່ເຂດບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື, ຫ່າງຈາກເທດສະບານແຂວງ ໄປທາງທິດຕາເວັນອອກປະມານ 178 ກິໂລແມັດ ແລະ ເປີດເປັນແຫລ່ງທ່ອງທ່ຽວຢ່າງເປັນທາງການໃນປີ 2004. ໜອງຟ້າກວ້າງປະມານ 1 ກິໂລແມັດມົນທົນ, ມີລະດັບຄວາມສູງທຽບໃສ່ໜ້ານ້ຳທະເລ ປະມານ 1.200-1.500 ແມັດ, ມີແປວທາງນ້ຳໄຫລລົງໃສ່ນ້ຳເຊກະໝານ, ນອນຢູ່ໃນເຂດປ່າສະຫງວນແຫ່ງດົງອຳພາມ ໃນພື້ນທີ່ຫົວພູຈຸ້ມເຂົ້າຫາກັນໃກ້ຊາຍແດນລາວ-ຫວຽດນາມ, ການກຳເນີດເກີດຂຶ້ນຂອງໜອງນ້ຳມະຫັດສະຈັນແຫ່ງນີ້ຍັງມີປິດສະໜາ ແລະ ມີການສັນນິຖານແຕກຕ່າງກັນໄປຄື: ນັກຄົ້ນຄວ້າບາງທ່ານບອກວ່າ: ເປັນໜອງທີ່ເກີດຈາກພູໄຟລະເບີດ ເມື່ອຫລາຍລ້ານປີກ່ອນ, ແຕ່ບາງທ່ານບອກວ່າເກີດຂຶ້ນຍ້ອນການຕົກລົງມາຂອງ “ລູກອຸກາບາດ”.
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ