ອີງຕາມ ວາລະສານ ປ້ອງກັນຄວາມສະຫງົບ ລາຍງານວ່າ: ໃນເວລາ 10:38 ໂມງຂອງວັນທີ 2 ມີນາ 2023 ເກີດອັກຄີໄພ ໄຟໄໝ້ເຮືອນປະຊາຊົນ ຈຳນວນ 17 ຫລັງ ຢູ່ບ້ານສະຫມິງ ເມືອງປະທຸມພອນ ແຂວງຈຳປາສັກ, ສາເຫດຍ້ອນ ທ້າວ ລັ່ງ ອາຍຸ 19 ປີ ຢູ່ບ້ານສະໝິງ ມີອາການເມົາຢາບ້າ ແລ້ວມາຈູດເຮືອນປະຊາຊົນ. ປັດຈຸບັນທາງເຈົ້າໜ້າທີ່ ປກສ ເມືອງປະທຸມພອນ ໄດ້ກັກຂັງຢູ່ຄ້າຍຄຸມຂັງເມືອງ.