ຍີ່ປຸ່ນພົບກໍລະນີຕ້ອງສົງໄສຟອກເງິນສູງເປັນປະຫວັດສາດໃນປີ 2022

ສໍານັກຂ່າວຊິນຮົວລາຍງານວ່າ: ສໍານັກງານຕໍາຫລວດແຫ່ງຊາດຍີ່ປຸ່ນໄດ້ເປີດເຜີຍຈໍານວນການເຮັດທຸລະກໍາຕ້ອງສົງໄສວ່າເປັນການຟອກເງິນທີ່ມີລາຍງານຕໍ່ທາງການຍີ່ປຸ່ນໃນປີ 2022 ລວມມີ 588.317 ລາຍການ ເພີ່ມຂຶ້ນຈາກປີກ່ອນ 53.167 ຄົນ.

ລາຍງານລະບຸວ່າ: ການເຮັດທຸລະກໍາຕ້ອງສົງໄສທີ່ລາຍງານໂດຍທະນາຄານຄິດເປັນ 70% ຂອງທັງໝົດ. ຂະນະທີ່ລາຍງານໂດຍກຸ່ມຜູ້ໃຫ້ບໍລິການໂອນຊໍາລະແບບໄຮ້ເງິນສົດເພີ່ມຂຶ້ນເປັນປະຫວັດສາດເກືອບ 2 ເທົ່າ ມີ 20.271 ລາຍການ ແລະ ລາຍງານໂດຍຜູ້ໃຫ້ບໍລິການແລກປ່ຽນຄຣິບໂຕເຄີເຣນຊີເພີ່ມຂຶ້ນ 3.010 ມີ 16.550 ລາຍການ.

ຕໍາຫລວດຍີ່ປຸ່ນໄດ້ຈັບກຸມ ຫລື ດໍາເນີນຄະດີທາງກົດໝາຍອື່ນໆຕໍ່ການເຮັດທຸລະກໍາຕ້ອງສົງໄສວ່າເປັນການຟອກເງິນ 994 ລາຍການ ເຊິ່ງກ່ຽວຂ້ອງກັບກຸ່ມແກ້ງອາດຊະຍາກໍາ 130 ລາຍການ.

ກົດໝາຍວ່າດ້ວຍການປ້ອງກັນການຟອກເງິນຂອງຍີ່ປຸ່ນລະບຸວ່າ: ສະຖາບັນການເງິນ ແລະ ໜ່ວຍງານອື່ນໆ ມີໜ້າທີ່ແຈ້ງເຈົ້າໜ້າທີ່ພະນັກງານຜູ້ມີອໍານາດໃຫ້ຮູ້ກ່ຽວກັບການເຮັດທຸລະກໍາອັນມີເຫດຄວນສົງໄສວ່າອາດເຊື່ອມໂຍງກັບການຟອກເງິນ.