ບາເຊໂລນາ ບຸກເອົາຊະນະ ຣຽວ ມາດຣິດ 1-0 ໂຄປາ ເດລ ເຣ ຮອບຮອງຊະນະເລີດ ນັດທຳອິດ

ການແຂ່ງຂັນ ໂຄປາ ເດລ ເຣ 2022/23 ຮອບຮອງຊະນະເລີດ ນັດທີ 1 ຣຽວ ມາດຣິດ ເປີດບ້ານພົບກັບ ບາເຊໂລນາ, ຝັ່ງເຈົ້າບ້ານສົ່ງ ຄາຣິມ ເບນເຊມາ ລົງເປັນໜ້າເປົ້າໃນເກມນີ້. ສ່ວນທີມຢາມ ສົ່ງ ກາບີ ລົງຮີມເສັ້ນທາງຝັ່ງຊ້າຍ.
ເຄິ່ງເວລາທຳອິດຝັ່ງ ບາເຊໂລນາ ໄດ້ເຮກ່ອນ, ໃນນາທີ 26 ຟຣອງ ເຄສຊີເຢ ໄດ້ບານໃນກອບເຂດໂທດແລ້ວຍິງໄປຕິດໂຕ ທິໂບ ຄຸຕົວ ກ່ອນທີ່ບານຈະໄປຖືກ ເອເເດ ມິລິເຕົາ ກາຍເປັນການເຮັດເຂົ້າປະຕູຂອງຕົນເອງ. ສົ່ງໃຫ້ ບາເຊໂລນາ ອອກນຳ 1-0 ແລະ ຈົບ 45 ນາທີທຳອິດ ດ້ວຍຄະແນນນີ້.
ເຄິ່ງເວລາທີ 2 ທັງ 2 ທີມ ກໍ່ສືບຕໍ່ເກມບຸກໂຈມຕີໃສ່ກັນຢູ່ເລື້ອຍໆ ແຕ່ກໍ່ບໍ່ສາມາດເຮັດຫຍັງໄດ້, ທ້າຍເກມເປັນທາງ ບາເຊໂລນາ ທີບຸກມາເອົາໄຊຊະນະຈາກ ຣຽວ ມາດຣິດ 1-0, ເກັບຄວາມໄດ້ປຽບໄປກ່ອນໃນນັດທໍາອິດ. ສໍາລັບນັດທີສອງຂອງຄູ່ນີ້ ຈະແຂ່ງຂັນໃນວັນທີ 5 ເມສາ ປີ 2023 ທີ່ Camp Nou, ບ້ານຂອງ ບາເຊໂລນາ.

